ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ໄດ້ດໍາເນີນໄປຕາມແຜນແຜນການການຊ້ອມຮົບຮ່ວມທີ່ ທັງສອງຝ່າຍ ໄດ້ກໍານົດໄວ້ ປະສົມ-ປະສານກັບການນໍາໃຊ້ອາວຸດ, ອຸປະກອນຮັບປະກັນໃຫ້ແກ່ການຊ້ອມຮົບ ທີ່ທັນສະໄໝ ບວກກັບນໍ້າໃຈສູ້ຮົບອັນອົງອາດກ້າຫານ ແລະ ຍຸດທະວິທີ ແລະ ໄຫວພິບໃນການນໍາໃຊ້ອາວຸດຢ່າງຊໍານິຊໍານານຂອງທະຫານ ລາວ ແລະ ຣັດເຊຍ ໄດ້ເຮັດໃຫ້ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໄດ້ດໍາເນີນໄປຢ່າງມີຜົນສໍາເລັດສູງ.
ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວະລາດີມຣິ ກາລີນິນ ເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ ຫຼື ຕິດຕາມການຊ້ອມຮົບດັ່ງກ່າວໃນມື້ວານນີ້ ທີ່ ສະໜາມຫັດແອບ ວິທະຍາຄານ ນາຍທະຫານບົກ ກົມມະດໍາ.
ພາຍຫຼັງທີ່ໄດ້ປະສານງານ ວາງແຜນຮ່ວມກັນ ແລະ ກະກຽມ ຄວາມພ້ອມຮອບດ້ານໃຫ້ແກ່ ພາກປະຕິບັດຕົວຈິງ ເລີ່ມແຕ່ວັນທີ 15 ກັນຍາ ເປັນຕົ້ນມາ ການຈັດຕັ້ງຊ້ອມປະສານສຽງແຕກຮ່ວມກັນ ລະຫວ່າງ ກອງທັບ ລາວ-ຣັດເຊຍ ເປັນການຍົກສູງຂີດຄວາມສາມາດໃນການຮ່ວມມືທາງດ້ານການທະຫານລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍ ສ້າງຄວາມເຊື່ອໝັ້ນ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ ຂອງສອງປະເທດ ຍົກສູງບົດບາດອະທິປະໄຕ, ສ້າງຄວາມເຂັ້ມແຂງ ແລະ ໝັ້ນຄົງໃຫ້ແກ່ ສປປ ລາວ ທັງເປັນການແລກປ່ຽນບົດຮຽນ ແລະ ຍົກລະດັບ ຄວາມຮູ້ ຄວາມສາມາດ ການຊີ້ນໍາ-ບັນຊາ ແລະ ການຈັດຕັ້ງປະສານລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິຜົນ ດ້ານເສນາທິການໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ພິເສດ ໃນການຕອບຕ້ານການກໍ່ການຮ້າຍ ໂດຍເລັ່ງໃສ່ການຝຶກທະຫານຮາບຍານເກາະ, ຕີພິເສດ ໃນການປະຕິບັດໜ້າທີ່ເຄື່ອນໄຫວສູ້ຮົບໃນ ພູມມີປະເທດຕົວຈິງຂອງພະນັກງານ-ນັກຮົບກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ ຮອບດ້ານ ຮູ້ໝູນໃຊ້ພາຫະນະ, ອາວຸດຍຸດທີ່ທັນສະໄໝ ແລະ ສາມາດປະຕິບັດໜ້າທີ່ໄດ້ຢ່າງມີໄຊ.
ແຫຼ່ງຂໍ້ມູນ: ບຸນຊ້ອຍ ວິໄລພອນ