Vientiane Times Lao
ການນຳແຂວງ ຫຼວງພະບາງ ຕ້ອນຮັບຄະນະຜູ້ແທນແຂວງ ທ້າຍຫງວຽນ 

ການນຳແຂວງ ຫຼວງພະບາງ ຕ້ອນຮັບຄະນະຜູ້ແທນແຂວງ ທ້າຍຫງວຽນ 

ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະ ຂອງຄະນະຜູ້ແທນແຂວງທ້າຍຫງວຽນ ສສ ຫວຽດນາມ, ນຳໂດຍ ທ່ານ ຫງວຽນ ແທ່ງ ຍີງ ຮອງເລຂາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ໃນວັນທີ 18 ພະຈິກ 2025 ຜ່ານມາທີ່ຫ້ອງວ່າການແຂວງ ຫຼວງພະບາງ.

ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຄວາມສໍາຄັນໃນການຮ່ວມມືລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະ ແຂວງ ທ້າຍຫງວຽນ ກັບແຂວງ ຫຼວງພະບາງ ທີ່ໄດ້ມີການພົວພັນຮ່ວມມືນຳກັນ ຫຼາຍດ້ານ ຕາມບົດບັນທຶກສອງຝ່າຍໃນໄລຍະຜ່ານມາ, ຊຶ່ງການນຳຂອງແຂວງ ຫຼວງພະບາງ ແຕ່ລະສະໄໝໄດ້ມີ ການຊຸກຍູ້ໃຫ້ບັນດາຂະແໜງການຂອງທັງສອງແຂວງ ໄດ້ມີການແລກປ່ຽນບົດຮຽນ ຮ່ວມກັນເປັນປົກກະຕິ ແລະ ການນຳແຂວງທ້າຍຫງວຽນ ໄດ້ໃຫ້ການຊ່ວຍເຫຼືອແຂວງ ຫຼວງພະບາງ ໃນການປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງ ດ້ານການສຶກສາຫຼາຍໂຄງການ, ພ້ອມນັ້ນ ທ່ານ ບຸນເລື່ອມ ມະນີວົງ ໄດ້ລາຍງານສະພາບ ການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ ໃຫ້ຄະນະຜູ້ແທນຮັບຮູ້ ພ້ອມທັງສະເໜີໃຫ້ຄະນະນຳ ແຂວງ ທ້າຍຫງວຽນ ສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງສອງແຂວງ ໃຫ້ກວ້າງຂວາງ-ເລິກເຊິ່ງຫຼາຍຂຶ້ນກວ່າເກົ່າ, ທັງສືບຕໍ່ໃຫ້ ການຊ່ວຍເຫຼືອແຂວງ ຫຼວງພະບາງ ໃນການພັດທະນາວຽກງານໂຄສະນາທ້ອງຖິ່ນ ໃຫ້ນັບມື້ມີປະສິດທິພາບ ແລະ ປະ ສິດທິຜົນຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານ ຫງວຽນ ແທ່ງ ຍີງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກ ແຂວງ ຫຼວງພະບາງ ພ້ອມຄະນະ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມລາຍງານຈຸດປະສົງໃນການມາຢ້ຽມຢາມ ໃນຄັ້ງນີ້ ແລະ ເຫັນດີຕໍ່ຄໍາສະເໜີ ໃນການສືບຕໍ່ການພົວພັນ-ຮ່ວມມືລະຫວ່າງ ແຂວງ ທ້າຍຫງວຽນ ກັບແຂວງ ຫຼວງພະບາງ ໃຫ້ກວ້າງຂວາງ-ເລິກເຊິ່ງຂຶ້ນຕື່ມໃນຕໍ່ໜ້າ.

 ແຫຼ່ງຂ່າວຈາກ: ແຂວງ ຫຼວງພະບາງ

Related Articles

Leave a Reply