ທ່ານ ພັທ ສິງຄໍາ ອຸດົມພອນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບ ຄຸມຢາເສບຕິດ ປກສ ແຂວງ, ພ້ອມດ້ວຍທີມງານ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ກັບກຳມະກອນ ຢູ່ທີ່ໂຮງງານຢາງພາລາຢູນນານ ຈໍາກັດ ເມື່ອບໍ່ດົນມານີ້, ໂດຍ ທ່ານ ພັທ ສິງຄໍາ ອຸດົມພອນ ໄດ້ເນັ້ນໃສ່ອະທິບາຍເນື້ອໃນກົດ ໝາຍອາຍາ ສະບັບປັບປຸງ ໝວດທີ່ 8 ມາດຕາ 314 ການກະທໍາຜິດ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ ຫຼື ນໍາເຂົ້າ-ສົ່ງອອກ ຢາເສບຕິດ ຜ່ານ ສປປ ລາວ ຕໍ່າກວ່າ 100 ກຣາມ ຈະຖືກຕັດອິດສະລະພາບ ແຕ່ 10 ປີ-15 ປີ ແລະ ຈະຖືກປັບໃໝແຕ່ 50 ລ້ານ-100 ລ້ານກີບ ແລະ ຈະຖືກຮິບຊັບເຂົ້າເປັນຂອງລັດ.
ການລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃນຄັ້ງນີ້, ທ່ານ ພັທ ສິງຄໍາ ອຸດົມພອນ ຍັງເນັ້ນໃສ່ປູກຈິດສໍານຶກໃຫ້ພະນັກງານກໍາມະກອນພາຍໃນບໍລິສັດ ໄດ້ຮັບຮູ້ເຂົ້າໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ແລະ ປຸກລະດົມໃຫ້ມີສ່ວນຮ່ວມເຂົ້າໃນການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການປາບປາມຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມລາວ. ພ້ອມກັນນັ້ນ ທ່ານ ພັທ ສິງຄໍາ ອຸດົມພອນ ຍັງໄດ້ຍົກໃຫ້ເຫັນເຖິງຜົນຮ້າຍຂອງຢາເສບຕິດ ປະເພດຢາບ້າ, ເຮໂຣອິນ, ກັນຊາ, ຝິ່ນ ແລະ ອື່ນໆ ຊຶ່ງເປັນສານເສບຕິດທີ່ອອກລິດທາງປະສາດແຮງ ຖ້າໄດ້ເສບເຂົ້າໄປໃນຮ່າງກາຍແລ້ວຈະພາໃຫ້ເກີດປະສາດຫຼອນ ຄວບຄຸມສະຕິຕົວເອງບໍ່ໄດ້.
ຂໍ້ມູນຂ່າວ: ປກສ