ການບິນລາວຈະຫຼຸດລາຄາຄັ້ງໃຫຍ່ ເລີ່ມຕົ້ນພຽງ 390,000 ກີບ/ຖ້ຽວ, ພິເສດໄປກວ່ານັ້ນແມ່ນຈະເພີ່ມຖ້ຽວບິນເປັນ 2 ຖ້ຽວ/ມື້ ໃນໄລຍະງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນລະຫ່ວາງວັນທີ 22 ມີນາ ຫາ 1 ເມສາ 2020.
ທ່ານ ໜູແດງ ຈັນທະພາສຸກ, ຫົວໜ້າ ພະແນກການຄ້າຂອງການບິນລາວ ໄດ້ໃຫ້ສໍາພາດກັບນັກຂ່າວວຽງຈັນທາຍ ວ່າ: ພວກເຮົາຈະຫຼຸດລາຄາ ຈາກ 640,000 ກີບ/ຖ້ຽວ ມາເປັນ 390,000 ກີບ/ຖ້ຽວ ເຊິ່ງຈະເລີ່ມປະຕິ ບັດແຕ່ວັນທີ 16 ມີນາ-5 ເມສາ 2020 ວຽງຈັນ-ຊຽງຂວາງ ເວລາບິນ 08:30 ເວລາຮອດ 09:00 ແລະ ຊຽງ ຂວາງ-ວຽງຈັນ ເວລາບິນ 09:30 ເວລາຮອດ 10:00.
ສະເພາະຖ້ຽວປົກກະຕິຈາກວຽງຈັນ-ຊຽງຂວາງ ແມ່ນບິນເວລາ 14:40 ຮອດ 15:10, ຊຽງຂວາງ-ວຽງຈັນ ເວລາບິນ 15:40 ເວລາຮອດ 16:10.
ຂ່າວ-ພາບ: ວຽງຈັນທາຍ