Vientiane Times Lao
ການບິນລາວຍົກເລີກຫຼາຍຖ້ຽວບິນໄປຈີນຊົ່ວຄາວ

ການບິນລາວຍົກເລີກຫຼາຍຖ້ຽວບິນໄປຈີນຊົ່ວຄາວ

ບໍລິສັດການບິນລາວ ໄດ້ອອກແຈ້ງການ ໃນບໍ່ດົນມານີ້ກ່ຽວ ກັບການຍົກເລີກຖ້ຽວບິນຊົ່ວຄາວ ຫຼາຍສາຍ ຈາກ ນະຄອນຫຼວງວຽງຈັນ ໄປ ຫາ ສປ ຈີນ ປະກອບມີ 3 ເສັ້ນທາງຄື: ວຽງຈັນ-ຊາງໂຈ (Vientiane-Changzhou) ເລີ່ມຕັ້ງແຕ່ວັນທີ 08 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການແຈ້ງ ການປ່ຽນແປງໃໝ່, ວຽງຈັນ – ຫາງໂຈ ເລີ່ມວັນທີ 05 ກຸມພາ 2020 ຈົນກ່ວາຈະມີການແຈ້ງການປ່ຽນແປງໃໝ່ ແລະ ວຽງຈັນ – ຊຽງໄຮ ຍົກເລີກ ຕັ້ງແຕ່ວັນທີ 29 ມັງກອນ. ສ່ວນເສັ້ນທາງ ວຽງຈັນ-ຄຸນໝິງ ແລະ ກວາງໂຈ ແມ່ນຈະຍັງ ເປີດໃຫ້ບໍລິການຕາມປົກກະຕິ. 

ການຍົກເລີກຖ່ຽວບິນດັ່ງກ່າວກໍ່ເພື່ອຫຼີກ ເວັ້ນການທີ່ຈະໄປຕິດເອົາເຊື້ອພະຍາດອັກ ເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ທີ່ກໍາລັງແຜ່ລະບາດຢູ່ປະເທດຈີນ ແລະ ໄດ້ແຜ່ລາມໄປຫຼາຍ ປະເທດແລ້ວ.

ສປປ ລາວ ມີຖ້ຽວບິນໄປຫາ ສປ ຈີນ ຢູ່ທັງໝົດ 9 ເສັ້ນທາງ ປະກອບມີ: ຄຸນໝິງ, ກວາງ ໂຈ, ຊາງໂຈ, ຊາງສາ, ຊຽງໄຮ, ເວີນໂຈ ແລະ ເຊີນຕູ, ຈາກນະຄອນຫຼວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸງ. 

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Related Articles

Leave a Reply