ລັດວິສາຫະກິດການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບບໍ່ເອົາເງິນເດືອນ ດ້ວຍຄວາມສະໝັກໃຈ ເພື່ອຫຼຸດຜ່ອນລາຍຈ່າຍພາຍໃນບໍລິສັດ ຫຼັງຈາກຈໍານວນຜູ້ໂດຍສານຫຼຸດລົງ.
ຜູ້ໂດຍສານລະຫວ່າງປະເທດຫຼຸດລົງກວ່າ 37% ໃນເດືອນຜ່ານມາມີພຽງແຕ່ 38.000 ຄົນ ຫຼຸດລົງຈາກ 61.000 ຄົນໃນໄລຍະດຽວກັນຂອງປີຜ່ານມາ ແລະ ຜູ້ໂດຍສານພາຍໃນຫຼຸດລົງ 21% ເຫຼືອພຽງ 31.600 ຄົນ ຈາກ 41.000 ຄົນໃນປີຜ່ານມາສາຍເຫດການຫຼຸດລົງຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດຕ່າງໆ.
ທ່ານ ໜູແດງ ຈັນທະຜາສຸກ ຫົວໜ້າພະແນກການຄ້າ ການຕະຫຼາດ ຂອງລັດວິສາຫະກິດການບິນລາວ ກ່າວວ່າ: ການຮຽກຮ້ອງດັ່ງກ່າວແມ່ນຂື້ນກັບຄວາມສະໝັກໃຈຂອງພະນັກງານເອງວ່າຈະພັກດົນປານໃດ ພະນັກງານທຸກຄົນຕ່າງກໍ່ໃຫ້ຄວາມຮ່ວມມືເພາະເຂົາເຈົ້າເຂົ້າໃຈສະພາບການທີ່ເກີດຂຶ້ນໃນປະຈຸບັນ.
ເຖິງຢ່າງໃດກໍ່ດີ, ທ່ານ ໜູແດງ ໄດ້ຢືນຢັນວ່າ ນະໂຍບາຍດັ່ງກ່າວຈະບໍ່ກະທົບຕໍ່ວຽກງານ ແລະ ການບໍລິການຂອງສາຍການບິນ ເພາະ ພະນັກງານແຕ່ລະຄົນແມ່ນຕ້ອງສະສາງໜ້າວຽກຂອງຕົນເອງໃຫ້ແລ້ວກ່ອນ ແລະ ພະນັກງານແມ່ນຈະພັກບໍ່ພ້ອມກັນ.
ການບິນລາວມີຖ້ຽວບິນໄປ 7 ປະເທດ ລວມມີ: ສິງກະໂປ, ມາເລເຊຍ, ຈີນ, ກຳປູເຈຍ, ຫວຽດນາມ, ໄທ, ແລະ ສ.ເກົາຫຼີ.
ປະຈຸບັນການບິນລາວໂຈະທຸກໆຖ້ຽວບິນທີ່ ບິນໄປ ສ.ເກົາຫຼີ ໄວ້ຊົ່ວຄາວ ແລະ ໂຈະຖ້ຽວບິນໄປບາງເສັ້ນທາງທີ່ບິນໄປ ສປ ຈີນ ຈາກທັງໝົດ 9 ເສັ້ນທາງ ເຫຼືອພຽງ 3 ເສັ້ນທາງ.
ຂ່າວ: ສຸກສະໄໝ
ພາບ ປະກອບ