Vientiane Times Lao
ການມອມເຫຼົ້າ, ມອມຢາເປັນໄພສັງຄົມທີ່ລາວກຳລັງປະເຊີນ

ການມອມເຫຼົ້າ, ມອມຢາເປັນໄພສັງຄົມທີ່ລາວກຳລັງປະເຊີນ

ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ສະເໜີໃຫ້ກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ໃນສັງຄົມ ໂດຍສະເພາະ ການມອມເຫຼົ້າ ແລະ ຢາ ຊຶ່ງເປັນປະກົດການຫຍໍ້ທໍ້ໃໝ່ທີ່ກຳລັງເກີດຂຶ້ນຢູ່ ໃນ ສປປ ລາວ. ນອກນັ້ນ ຍັງສະເໜີໃຫ້ເອົາໃຈໃສ່ຕື່ມກ່ຽວກັບການຄ້າຂາຍຢາເສບຕິດ ທີ່ຍັງເກີດຂຶ້ນ ແລະ ແຜ່ຫຼາຍ ໃນແຕ່ລະວັນ.

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຕາງໜ້າສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ສະເໜີລັດຖະບານ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີVI ໃນບໍ່ດົນມານີ້ ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ໃນສັງຄົມວ່າ: ຢາກສະເໜີໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຕື່ມກ່ຽວກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃໝ່ ທີ່ເກີດຂື້ນຢູ່ໃນສັງຄົມລາວ ກໍ່ຄືການມອມເຫຼົ້າ ແລະ ມອມຢາ ນັ້ນ. ນອກນັ້ນຍັງຢາກໃຫ້ເອົາໃຈໃສ່ຕື່ມກ່ຽວກັບການແກ້ໄຂ ບັນຫາຮ້ານບັນເທີງ ແລະ ຮ້ານກິນດື່ມທີ່ເປີດໝົດຄືນ  ເພາະຫຼາຍແຫ່ງໄດ້ກາຍເປັນບ່ອນມົ້ວສຸມຢາເສບຕິດ ແລະ ໄພສັງຄົມຕ່າງໆ.

ທ່ານ ນາງ ຄຳຈັນ ໄດ້ສະເໜີຕື່ມວ່າ : ສະເພາະບັນຫາຢາເສບຕິດຈັບໄດ້ແຕ່ຜູ້ເສບ ແລະ ຜູ້ຂາຍລາຍຍ່ອຍເທົ່ານັ້ນ ເມື່ອຈັບມາແລ້ວພຽງແຕ່ປັບໃໝເອົາເງິນຊື່ໆ ບໍ່ທໍ່ໃດກໍ່ປ່ອຍໄປ ສ່ວນຜູ້ຂາຍລາຍໃຫ່ຍ ຫຼື ຫົວໂປ່ໂຕການແມ່ນຍັງຈັບບໍ່ໄດ້ ເປັນການສ້າງຄວາມບໍ່ພໍໃຈໃຫ້ແກ່ຜູ້ໃຫ້ຂໍ້ມູນ ແລະ ເປັນສຽງວິພາກວິຈານຢູ່ໃນສັງຄົມຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ ແລະ ເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວບໍ່ໄດ້ຮັບໝາກຜົນດີເທົ່າທີ່ຄວນ. ດັ່ງນັ້ນຈຶ່ງຢາກສະເໜີໃຫ້ທາງຜູ້ກ່ຽວຂ້ອງ ປະຕິບັດລະບຽບກົດໝາຍຕໍ່ຜູ້ກະທຳຜິດດັ່ງກ່າວຢ່າງເຂັ້ມງວດ ເພື່ອລົບລ້າງຫາງສຽງວິພາກວິຈານຈາກສັງຄົມກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດ.

ຂ່າວ: ສົມພາວັນ

ພາບ: ພ້ອມພົງ

Related Articles

Leave a Reply