ການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ອາດຈະຖືກເລື່ອນເພືຶ່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອີງຕາມແຫຼ່ງຂ່າວຈາກກະຊວງສຶກສາທິການ ແລະ ກິລາ.
ອີງຕາມການໃຫ້ສໍາພາດເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈາກກະຊວງສຶກສາມື້ວານນີ້ວ່າການສອບເສັງນັກຮຽນເກັ່ງຄາດວ່າຈະຖືກເລື່ອນ ເນື່ອງຈາກປະຈຸບັນໄດ້ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຫຼາຍປະເທດ, ເຖິງແມ່ນວ່າຢູ່ ສປປ ລາວ ຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອກໍ່ຕາມ. ຕາມແຜນການສອບເສັງນັກຮຽນເກັ່ງແມ່ນຈະຈັດຂຶ້ນໃນລະຫວ່າງ ວັນທີ 17-20 ເດືອນ ມີນາ 2020.
ຜ່ານມາແມ່ນມີຫຼາຍກິດຈະກຳທີ່ຖືກໂຈະ ເຊັ່ນ: ງານສະເຫຼີມສະຫຼອງ ທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ, ງານມະຫາກຳກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ແລະ ງານປະເພນີຕ່າງໆ.
ຂ່າວ: ສີລັດດາ
ພາບ ປະກອບ