Vientiane Times Lao
ການສັກຢາວັກຊິນຕ້ານໂຄວິດ-19 ສໍາລັບກຸ່ມສຽ່ງຮອບ 2 ຈະເລີ່ມກາງເດືອນນີ້

ການສັກຢາວັກຊິນຕ້ານໂຄວິດ-19 ສໍາລັບກຸ່ມສຽ່ງຮອບ 2 ຈະເລີ່ມກາງເດືອນນີ້

ກະຊວງສາທາລະນະສຸກ ແຈ້ງຕໍ່ທີມງານວຽງຈັນທາຍວ່າ: ປັດຈບັນນີ້ກະຊວງສາທາລະນະສຸກກຽມສັກຢາວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ກຸ່ມສ່ຽງທີ 2 ຊຶ່ງຈະເລີ່ມສັກໃນກາງເດືອນມັງກອນນີ້ ພາຍຫຼັງ ທີ່ເລີ່ມ ແລະ ສໍາເລັດການສັກສໍາລັບກຸ່ມສຽ່ງທີ 1 ໃນທ້າຍເດືອນ ພະຈິກ ແລະ ທ້າຍເດືອນທັນວາ 2020 ທີ່ຜ່ານມາ.

ທ່ານ  ດຣ. ພູ​ທອນ ເມືອງ​ປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 5 ມັງກອນ 2021 ທີ່ຜ່ານມາ ຢູ່ກະຊວງສາທາລະນະສຸກວ່າ: ປົກກະຕິແລ້ວການສັກຢາວັກຊິນຕ້ານໂຄວິດ-19 ແມ່ນ 2 ເຂັມຕໍ່ຄົນ ຊຶ່ງການສັກວັກຊິນປ້ອງກັນພະຍາດດັ່ງກ່າວ ຂອງກຸ່ມສຽ່ງຮອບທໍາອິດ ທີ່ເປັນແພດ ໝໍ ຢູ່ໂຮງໝໍ ແລະ ປະຈໍາຢູ່ດ່ານຕ່າງໆຈໍານວນໜຶ່ງແມ່ນໄດ້ສໍາເລັດແລ້ວ ແລະ  ເຫັນວ່າບໍ່ມີຜົນຂ້າງຄຽງຫຍັງ ຫຼື ບໍ່ມີອາການສົນຫຍັງ.

 ທ່ານ  ດຣ. ພູ​ທອນ ໄດ້ກ່າວຕື່ມວ່າ: ວັກຊິນຕ້ານພະຍາດໂຄວິດ-19 ທີ່ສັກປ້ອງກັນພະຍາດດັ່ງກ່າວຢູ່ລາວແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ເຖິງແມ່ນວ່າຢາດັ່ງກ່າວຈະບໍ່ໄດ້ຮັບການຢັ້ງຢືນຄຸນນະພາບ 100% ແຕ່ຫຼາຍປະເທດກໍ່ໄດ້ມີການສັກ ແລະ ຖືວ່າໃຊ້ໄດ້ແລ້ວ.

ຂ່າວ: ວຽງຈັນທາຍ  

Related Articles

Leave a Reply