Vientiane Times Lao
ການເກັບຄ່າທຳນຽມທາງພາຫະນະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີ

ການເກັບຄ່າທຳນຽມທາງພາຫະນະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ປີ 2019 ການເກັບຄ່າທຳນຽມທາງ ຫຼື ເສຍຄ່າທາງສຳລັບພາຫະນະ (ລົດຈັກ, ລົດໃຫຍ່ຕ່າງໆ) ແມ່ນບໍ່ໄດ້ຕາມແຜນທີ່ວາງໄວ້ ແລະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີໃນທົ່ວປະເທດ ເຖິງແມ່ນວ່າຈະນໍາໃຊ້ລະບົບທີ່ ທັນສະໄໝໂດຍຜ່ານຫຼາຍຮູບແບບເຂົ້າມາ ຊ່ວຍແລ້ວກໍ່ຕາມ.

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນໄດ້ກ່າວໃນບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ II ວ່າ: ປີ 2019 ແມ່ນໄດ້ເລີ່ມການຈັດເກັບເງິນຄ່າທຳນຽມທາງພາຫະນະເຂົ້າງົບປະມານແຫ່ງລັດດ້ວຍລະບົບທີ່ທັນສະໄໝ, ໃນໄລຍະທຳອິດເຫັນວ່າດີຂຶ້ນ ແລະ ມີຄວາມໂປ່ງໃສ ບັນດາຫົວໜ່ວຍທຸລະກິດມີຄວາມຕື່ນຕົວ ໃຫ້ການຮ່ວມມື  ແຕ່ກົງກັນຂ້າມເຫັນວ່າຄວາມຕື່ນຕົວຂອງ ເຈົ້າຂອງພາຫະນະລົດເອກະຊົນ ຍັງບໍ່ຫຼາຍເທົ່າທີ່ຄວນເຊິ່ງມັນສະແດງອອກ ໃນການເສຍອາກອນ ຫຼື ຄ່າທຳນຽມທາງ ຍັງບໍ່ໄດ້ຮອດເຄີ່ງໜຶ່ງຂອງຈຳນວນລົດທີ່ມີ ເຖິງແມ່ນວ່າທາງເຈົ້າໜ້າທີ່ຈະມີມາດຕະ ການຕ່າງໆເຊັ່ນ: ເມື່ອເຫັນລົດຄັນໃດບໍ່ເສຍຄ່າທາງແມ່ນໃຫ້ປັບໃໝກັບທີ່ເລີຍ ແຕ່ກໍ່ຍັງມີຜູ້ຊົມໃຊ້ລົດບາງຈຳນວນຍັງມີການຫຼົບໜີໄດ້ຢູ່ ແລະ ຍ້ອນວ່າບາງຂົງເຂດໜ່ວຍບໍລິການທະນາຄານໄປບໍລິການຍັງບໍ່ທົ່ວເຖິງ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ.

ຂ່າວ : ສົມພາວັນ

ພາບ: ແກ້ວ​ບຸນ​ທະ​ວີ

Related Articles

Leave a Reply