Vientiane Times Lao
ການເຄື່ອນໄຫວປົກກະຕິຂອງກຸ່ມສ່ຽງເປັນ ປັດໃຈເຮັດໃຫ້ຍັງມີການແຜ່ເຊື້ອພະ​ຍາດ​ໂຄວິດ-19

ການເຄື່ອນໄຫວປົກກະຕິຂອງກຸ່ມສ່ຽງເປັນ ປັດໃຈເຮັດໃຫ້ຍັງມີການແຜ່ເຊື້ອພະ​ຍາດ​ໂຄວິດ-19

ອີງ​ຕາມຂໍ້ມູນດ້ານລະບາດວິທະຍາໃນໄລຍະຜ່ານມາຊີ້ໃຫ້ເຫັນວ່າຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ມີອັດຕາການຕິດເຊື້ອທີ່ສູງຂຶ້ນຊຶ່ງຜູ້ສຳຜັດ ໃກ້ ຊິດ ທີ່ໄດ້ກາຍເປັນຜູ້ຕິດເຊື້ອແມ່ນມາຈາກສະມາຊິກ ຄອບຄົວ, ໝູ່ ແລະ ກຸ່ມພະນັກງານທີ່ເຮັດວຽກຢູ່ ບ່ອນດຽວກັນ. ການເຄື່ອນໄຫວປົກກະຕິຂອງກຸ່ມ ສ່ຽງ ເປັນປັດໃຈທີ່ ເຮັດໃຫ້ມີການແຜ່ເຊື້ອ​ພະ​ຍາດ ​ໂຄວິດ-19 ໄປຫຼາຍສະຖານທີ່ ແລະ ມີການລະບາດ ເປັນຈຸ້ມຊຶ່ງການລະບາດຢູ່ ສປປ ລາວ ຍັງຢູ່ໃນລະດັບ ທີ່ໜ້າກັງວົນ ໂດຍສະເພາະໃນນະຄອນຫຼວງວຽງຈັນ, ເພາະຍັງມີຜູ້ຕິດເຊື້ອຫຼາຍຄົນທີ່ຍັງ ບໍ່ທັນສາມາດລະບຸ ໄດ້ຊັດເຈນເຖິງ ແຫຼ່ງທີ່ມາຂອງການຕິດເຊື້ອ ເຊິ່ງເຮັດ ໃຫ້ຍາກ ຕໍ່ການ ຄວບຄຸມການລະບາດ. ນອກຈາກນີ້, ໃນຊຸມຊົນອາດຍັງມີຜູ້ຕິດເຊື້ອທີ່ຍັງບົ່ມຊ້ອນຢູ່ ເພາະ ຜູ້ຕິດເຊື້ອຫຼາຍຄົນຈະບໍ່ມີອາການສະແດງອອກ ຫຼື ບໍ່ຮູ້ວ່າຕົນເອງໄດ້ສຳຜັດກັບ​ຜູ້​ຕິດເຊື້ອມາແລ້ວ ​ໂດຍ​ ຍັງສືບຕໍ່ໃຊ້ຊີວິດປົກກະຕິ, ຖ້າຜູ້ຕິດເຊື້ອ ແລະ ຜູ້ສຳ ຜັດໃກ້ຊິດກັບຜູ້ຕິດເຊື້ອຮູ້ຕົວໄວ ແລ້ວໃຫ້ການ ຮ່ວມ ມື ກັບເຈົ້າໜ້າທີ່ ແລະ ປະຕິບັດມາດຕະການເຂັ້ມ ງວດ ແຕ່ຫົວທີ ກໍຈະຊ່ວຍໃຫ້ປະເທດຂອງເຮົາ ຄວບຄຸມ ການລະ ບາດພາຍໃນຊຸມຊົນໄດ້ ເທື່ອລະ ກ້າວ, ການປະຕິບັດຕາມມາດຕະການປ້ອງກັນຂັ້ນ ພຶ້ນຖານເປັນວິທີປ້ອງກັນທີ່ ໄດ້ຜົນດີທີ່ສຸດ ເຖິງວ່າທ່ານຈະໄດ້ຮັບວັກຊີນແລ້ວກໍຕາມ.
ເຖິງ​ແມ່ນ​ວ່າ​ພະ​ຍາດ​ໂຄວິດ-19 ຈະ​ເປັນ​ພະ​ຍາດ​ ທີ່​ຮ້າຍ​ແຮງ ແຕ່​ທຸກ​ຄົນສາມາດປ້ອງ​ກັນ ແລະ ຫຼຸດຜ່ອນຄວາມສ່ຽງຂອງຕົນເອງດ້ວຍການຮັກສາໄລຍະຫ່າງຈາກຄົນອື່ນ, ໝັ່ນລ້າງມືດ້ວຍສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືທີ່ປະສົມທາດເຫຼົ້າ, ໃສ່ຜ້າອັດປາກ-ດັງ, ໝັ່ນອະນາໄມສິ່ງຂອງ ຕ່າງໆທີ່ມືເຮົາຈັບເລື້ອຍໆ, ຢູ່ໃນບ່ອນທີ່ມີອາກາດຖ່າຍເທໄດ້ດີ ແລະ ບໍ່ຈັບບໍລິເວນໃບໜ້າຂອງຕົນເອງ ແລະ ອື່ນໆ.

ຂໍ້​ມຸນ: ສູນ​ຂ່າວ​ສານ​ການ​ແພດ​ສຸ​ຂະ​ສຶກ​ສາ

Related Articles

Leave a Reply