ການແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລຍະສະພາບເຄັ່ງຮ້ອນແມ່ນໜຶ່ງໃນຫຼາຍບັນຫາທີ່ລັດຖະບານຈະເລັ່ງແກ້ໄຂໃນເດືອນນີ້

ການແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລຍະສະພາບເຄັ່ງຮ້ອນແມ່ນໜຶ່ງໃນຫຼາຍບັນຫາທີ່ລັດຖະບານຈະເລັ່ງແກ້ໄຂໃນເດືອນນີ້

ໃນເດືອນເມສາ 2026, ລັດຖະບານຈະສຸມໃສ່ຫຼາຍບັນຫາໂດຍສະເພາະການແກ້ໄຂບັນຫານ້ຳມັນເຊື້ອໄຟ; ຫ້າມບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດສົມຜົນ ແລະ ອື່ນໆ.

ໃນໄລຍະເກີດວິກິດການລາຄານ້ຳມັນເຊື້ອໄຟນີ້, ລັດຖະບານໄດ້ມອບໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ວຽກງານກະສິກຳໃຫ້ແທດເຖິງ; ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ວຽກງານພະລາທິການຂອງກອງທັບ; ໃຫ້ສືບຕໍ່ສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ລົດໂດຍສານສາທາລະນະ, ພ້ອມທັງ ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າລົດໄຟຟ້າ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ໃນໄລຍະສະຫຼອງບຸນປີໃໝ່ລາວ, ມອບໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການສະຫຼອງບຸນປີໃໝ່ ເປັນໄປຕາມຮີດຄອງປະເພນີ, ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໃນນີ້: ໃຫ້ເອົາໃຈໃສ່ການຜະລິດສະບຽງອາຫານ, ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດສົມຜົນ; ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸບັດເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການໂຄສະນາ ກ່ຽວກັບການສະຫຼອງປີໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບປະເພນີ ໂດຍເນັ້ນໃສ່ການບາສີສູ່ຂວັນປີໃໝ່ ຕາມເງື່ອນໄຂຄວາມສະດວກ, ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳລັບພາກລັດ ແມ່ນຫຼີກລ່ຽງການຈັດງານລ້ຽງລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະຢັດ. ເລັ່ງປັບປຸງສ້ອມແປງເສັ້ນທາງຕ່າງໆ ໃຫ້ສຳເລັດກ່ອນລະດູຝົນຈະມາເຖິງ ໂດຍສະເພາະ ບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ. ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ຕາມທີ່ເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍສະເພາະດ້ານນະໂຍບາຍການສະໜອງວັດສະດຸອຸປະກອນ ເຊັ່ນ: ກະເບື້ອງມຸງຫຼັງຄາ, ແຮງງານສ້ອມແປງເຮືອນປະຊາຊົນ, ນະໂຍບາຍຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ. ພິເສດ ກອງປະຊຸມຄັ້ງນີ້ ໄດ້ເປັນກຽດຢ່າງສູງ ຮັບຟັງການພົບປະໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ຊຶ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະລັດຖະບານ ຊຸດທີ X ເອົາໃຈໃສ່ຕໍ່ບັນດາວຽກງານຈຳນວນໜຶ່ງຕື່ມ ຄື: ຕ້ອງຂຸ້ນຂ້ຽວປັບປຸງກົນໄກເຮັດວຽກ ທີ່ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານ ທີ່ວາງອອກ ໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ; ຕ້ອງບຸກທະລຸ ໃນການຫັນເປັນທັນສະໄໝ, ຊຶ່ງບັນຫານີ້ ຕ້ອງໄດ້ເລັ່ງລັດ ປະຕິບັດໃຫ້ປາກົດຜົນເປັນຈິງໂດຍໄວ; ຕ້ອງບຸກທະລຸການຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆ ຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປາກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້; ລັດຖະບານ ຊຸດທີ X ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານທີ່ຮັບຜິດຊອບ. ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ:ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ເລັ່ງລັດໂຄງການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ປັບປຸງປົວແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງຍຸດທະສາດ ໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ປະຕິບັດບັນດາໂຄງການລະດັບໃຫຍ່ ທີ່ເປັນກໍາລັງແຮງໃຫ້ແກ່ອະນາຄົດ ດ້ວຍຫຼາຍຮູບແບບການລົງທຶນ ແລະ ມີຄວາມວ່ອງໄວ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າ ຢ່າງເປັນຮູບປະທໍາ; ແກ້ໄຂບັນຫາໜີ້ສິນສາທາລະນະ ໃຫ້ໄດ້ຕາມແຜນທີ່ວາງໄວ້; ເລັ່ງທວງເອົາໜີ້ທີ່ຕ້ອງຮັບ ຢ່າງເຂັ້ມງວດ-ເດັດຂາດ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບໄລຍະຂ້າມຜ່ານ ໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາ ນັບແຕ່ນີ້ ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃຫ້ໄດ້ຫຼາຍ. ກວດກາຄືນທັງໝົດບັນດາໂຄງການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປແລ້ວ ໂດຍເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ; ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ.

ຂ່າວ: ກົມປະຊາສຳພັນ ຫສນຍ.

Related Articles

Leave a Reply