Vientiane Times Lao
ການແຂ່ງຂັນບານເຕະ ເປບຊີ ລາວລີກ1 ລະດູການ 2025/2026 ຈະເປີດສາກຂຶ້ນເດືອນສິງຫານີ້

ການແຂ່ງຂັນບານເຕະ ເປບຊີ ລາວລີກ1 ລະດູການ 2025/2026 ຈະເປີດສາກຂຶ້ນເດືອນສິງຫານີ້

ສະຫະພັນບານເຕະແຫ່ງຊາດລາວ ຈະເລີ່ມເປີດສາກການແຂ່ງຂັນບານເຕະ ເປບຊີ ລາວລີກ1 ລະດູການ 2025/2026 ຂຶ້ນໃນວັນທີ 16 ສິງຫາ 2025 ເປັນຕົ້ນໄປ ໂດຍຈະນຳໃຊ້ 7 ສະໜາມ​ ຄື: ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມນອກ), ສະໜາມກິລາກອງທັບ ຫຼັກ 5, ສະໜາມກິລາແຂວງຈຳປາສັກ, ສະໜາມກິລາແຂວງຫຼວງພະບາງ, ສະໜາມກິລາແຂວງຫຼວງນ້ຳທາ, ສະໜາມກິລາແຂວງສາລະວັນ ແລະ ສະໜາມກິລາແຂວງສະຫວັນນະເຂດ ເຂົ້າໃນການແຂ່ງຂັນຄັ້ງນີ້.

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ມີ10 ທີມ ເຂົ້າຮ່ວມປະກອບມີ: ສະໂມສອນ ເອສະຣາ EZRA FC, ສະໂມສອນ ຊ້າງນ້ອຍ YOUNG ELEPHANTS FC, ສະໂມສອນ ບີໄອເອັສ ມາດສເຕີ້ BIS MASTER FC, ສະໂມສອນ ຫຼວງພະບາງ ​LUANGPRABANG FC, ສະໂມສອນກອງທັບ ARMY FC, ສະໂມສອນ ນໍ້າທາ ຢູໄນເຕັດ NAMTHA United, ສະໂມສອນ ມັດສະດ້າ ຈີບີ MAZDA GB FC, ສະໂມສອນ ຈຳປາສັກ ອາເວເນຍ CHAMPASAK AVENIR FC, ສະໂມສອນ ສາລະວັນ ຢູໄນເຕັດ SALAVAN United. ແລະ ສະໂມສອນ ສະຫວັນນະເຂດ SAVANNAKHET FC.

ທີມແຊ້ມລີກລະດູການໃໝ່ນີ້ ຈະໄດ້ຮັບຂັນແຊ້ມ ແລະ ເງິນລາງວັນ 600 ລ້ານກີບ ພ້ອມລາງວັນຊະນະເລີດ ແລະ ມີສິດເຂົ້າຮ່ວມຊິງແຊ້ມສະໂມສອນອາຊຽນ ແລະ ອາຊີ, ຮອງແຊ້ມ ອັນດັບ 1 ຈະໄດ້ຮັບເງິນລາງວັນ 300 ລ້ານກີບ, ​ຮອງແຊ້ມ ອັນດັບ 2 ຈະ  ໄດ້ຮັບເງິນລາງວັນ 150 ລ້ານກີບ ແລະ ມີ ລາງວັນໃຫ້ກັບແຕ່ລະທີມ ຕາມອັນດັບ ອີກ, ນອກຈາກນັ້ນ ຍັງມີລາງວັນປະເພດບຸກຄົນ​ ຄື: ນັກກິລາດີເດັ່ນແຫ່ງລະດູການ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ, ຄູຝຶກດີເດັ່ນ.

ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວລີກ1 ລະດູການ 2024/2025 ແມ່ນສະໂມສອນບານເຕະ ເອສະຣາ ຄວ້າແຊ້ມ ໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ ຈໍານວນ 450 ລ້ານກີບ, ຂະນະທີ່ອັນດັບ2  ແມ່ນສະໂມສອນບານເຕະ ຊ້າງນ້ອຍ ໄດ້ຮັບເງິນລາງວັນ 250 ລ້ານກີບ, ສ່ວນ ອັນດັບ3  ແມ່ນສະໂມສອນບານເຕະ ມາດສເຕີ້ ໄດ້ຮັບເງິນລາງວັນ 120 ລ້ານກີບ ແລະ ມີລາງວັນ ໃຫ້ກັບສະໂມສອນບານເຕະ ອື່ນໆ ອີກ.

Related Articles

Leave a Reply