Vientiane Times Lao
ການ​ມອບ​-ຮັບ​ລາງວັນ ​ເປັນ​ກຳລັງໃຈໃຫ້ແກ່ ນັກທຸລະກິດ ​

ການ​ມອບ​-ຮັບ​ລາງວັນ ​ເປັນ​ກຳລັງໃຈໃຫ້ແກ່ ນັກທຸລະກິດ ​

ນັກທຸລະກິດ ມີ​ຄວາມ​ພາກ​ພູມ​ໃຈ ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້ຖືກຄັດເລືອກ ມາ​ຮັບ​ລາງວັນ​ນັກທຸລະກິດ ​ຊັ້ນ​ນຳ​ດີ​ເດັ່ນ ປະຈຳ​ປີ 2019 ​ໃນ ​ວັນ​ສຸກ​ ທີ່​ຜ່ານ​ມາ ​ແລະ ສິ່ງ​ດັ່ງກ່າວກໍ່​ກາຍ​ເປັນ​ແຮງ​ບັນດານ​ໃຈທີ່ສຳຄັນ​ໃຫ້ພວກ​ເຂົາ​ເຈົ້າ ​​ພັດທະນາ​ຕົນ​ເອງ ​ແລະ ທຸລະ​ກິດຕື່ມ​ອີກ ​ໃນ​ອະນາ​ຄົດ.

ທ່ານ ຄຳ​ເຫຼັກ ​ເຊິ​ນຈື​ເຕີ ​ນັກທຸລະກິດ ມາ​ຈາກ ​ແຂ​ວງ ຫຼວງ​ນ້ຳ​ທາ​ເຊິ່ງ​ເປັນ​ຜູ້​ໜຶ່ງ ​ໃນ 53 ນັກທຸລະກິດ​ ຜູ້ທີ່​ໄດ້ຢ່າງ​ຂຶ້ນ​ເວທີ​ອັນ​ຊົງ​ກຽດ ຢູ່​ຫໍປະຊຸມ​ແຫ່ງ​ຊາດ ຫຼັກ 6 ນະຄອນຫຼວງ​ວຽງ​ຈັນ ​ເພື່ອ​ຮັບ​ລາງວັນ ເຊິ່ງ ມອບ​ໂດຍ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການ​ເງິ​ນ.

ທ່ານ​ ​ຄຳ​ເຫຼັກ ​ເປັນຜູ້ອຳນວຍການ ບໍລິສັດ ​ເຊິ​ນ​ຈື​ເຕີ ພັດທະນາ ​ແລະ ບໍລິການ ຈຳກັດ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ໜັງສືພິມວຽງຈັນທາຍ ເມື່ອບໍ່​ດົນມາ​ນີ້ວ່າ: ຂ້າພະ​ເຈົ້າ​ຮູ້ສຶກ​ພາກ​ພູມ​ໃຈ​ທີ່​ໄດ້​ມາ​ຮ່ວມ​ພິທີດັ່ງກ່າວ ​ແລະ ຮູ້ສຶກ​ເປັນ​ກຽດ​ທີ່ສຸດທີ່ສະພາ​ການ​ຄ້າ​ ແລະ ອຸດສາຫະກຳ ແຫ່ງຊາດ ຮ່ວມມືກັບ ໜັງສືພິມວຽງຈັນທາຍ ໄດ້​ຈັດ​ງານ​ນີ້​ຂຶ້ນ ​​ເພື່ອ​ເປັນ​ກຳລັງ​ໃຈ ​ໃຫ້​ແກ້​ພວກຂ້າພະ​ເຈົ້າ​.

ທ່ານຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ຈະ​ສືບ​ຕໍ່ບຸກໜ້າ​ ບືນ​ຕົວ​ ພັດທະນາ​ຕົນ​ເອງ ​ແລະທຸລະ​ກິດ ​ເຮັດໃຫ້​ວຽກ​ງານ​ສຳ​ເລັດ​ຫຼາຍ​ກວ່າ​ເກົ່າ ​ໃນ​ອະນາ​ຄົດ.

ແຂວງ​ຫຼວງ​ນ້ຳ​ທາ ມີ ນັກທຸລະກິດ 3 ທ່ານ ​ໄດ້​ຖືກ​ຄັດ​ເລືອກ​ ​ເພື່ອ​ຮັບ​ລາງວັນ. ຜູ້ທີ່​ໜຶ່ງ ​ແມ່ນ ​ທ່າ​ນ ຄຳ​ເຫຼັກ, ຜູ້​ທີ່​ສອງ ​ແມ່ນ ທ່ານ ບຸນ​ສົງ ​ແກ້ວມະນີ​ວົງ ​ເປັນ​ເຈົ້າ​ຂອງ ຫຼາຍ​ກິດຈະການ ລວມທັງ ທຸລະ​ກິດ​ໂຮງ​ແຮມ ດອກ​ຈຳປາ ​ແຂວງ​ຫຼວງ​ນ້ຳ​ທາ. ສ່ວນຄົນທີ່ສາມ ແມ່ນ ທ່ານ ສົມ​ພອນ ​ແສງ​ທອງ​ສະຫວ່າງ ອຳນວຍການ ບໍລິສັດ ບົວ​ໄລ​ມັງກອນ​ທອງ ຂຸດ​ຄົ້ນ​ຖ່ານ​ຫີນ ຈຳກັດ​ຜູ້​ດຽວ.

ໃນປີ 2010 ບໍລິສັດ ​ເຊິ​ນ​ຈື​ເຕີ ພັດທະນາ ​ແລະ ບໍລິການ ຈຳກັດກໍ່​​ເຄີຍໄດ້ຮັບ​ລາງວັນ​​ ຍ້ອງຍໍ​ຈາກ​ລັດຖະບານ ທີ່​​​ປະກອບສ່ວນ ເຂົ້າໃນການ​ເຄື່ອນ​ໄຫວກໍ່ສ້າງ​ຫາກ​ຖານ ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ ທຸກ​ຍາກ ຢູ່ແຂວງຫຼວງ​ນ້ຳ​ທາ.

​ທ່ານ ຄຳເຫຼັກ ​​ໄດ້ດຳເນີນ​ທຸລະ​ກິດຄ້າ-ຂາຍ ມາ​ແຕ່ 1983 -2004. ປີ 2005 ​ທ່ານ ໄດ້​ສ້າງ​ຕັ້ງ​ບໍລິສັດ ​ເອີ້ນ​ວ່າ: ບໍລິສັດ ​ເຊິ​ນ​ຈື​ເຕີ ພັດທະນາ ​ແລະ ບໍລິການຈຳກັດ.

ກິດຈະການ​ຫຼັກ​ຂອງ​ບໍລິສັດ​ແມ່ນ​ກ່ຽວ​ກັບ​ ການ​ບໍລິການ​ເຊັ່ນ: ຕະຫຼາດ​ອຸດສາຫະກຳ ​ແລະ ກະສິກຳ, ຄິວ​ລົດພາຍ​ໃນ ແລະ ຕ່າງປະ​ເທດ, ​ເຮືອນ​ພັກ, ​ໂຮ​ງ​ແຮມ ​ແລະ ຮ້ານ​ອາຫານທັງໝົດນີ້ແມ່ນຕັ້ງຢູ່ ​ເມືອງ​ສິງ. ສ່ວນ ທຸລະກິດ ຢູ່ ເມືອງ ຫຼວງນ້ຳທາ ປະກອບມີ ຄິວ​ລົດ​ພາຍ​ໃນ, ພັດຕະ​ຄານ ​ເຊິ່ງ ຫາກໍ່ເລີ່ມ​ການກໍ່ສ້າງ​ ແຕ່​ປີ 2019 ​ແລະ ສວນ​ຢາງພາລາ 100 ​ເຮັກ​ຕາ.

ບໍລິສັດ ​ໄດ້ປູກຕົ້ນ​ຢາງພາລາ​ໃນ​ປີ 2004 ​ແລະ ​ເລີ່​ມກິດ​ຢາງ ນັບແຕ່ ​ປີ 2013​ ເປັນຕົ້ນມາ. ແຕ່ລະປີ​ສະໜອງຢາງ​ໄດ້ 200 ກວ່າໂຕນ​​ໃຫ້ໂຮງງານ​ຢາງພາລາ ຢູ່ພາຍ​ໃນ​ ແຂວງ ມີ​ກຳ​ມະກອນ​ເຮັດ​ວຽກ​ຢູ່​ສວນ ​ຢາງພາລາ 39 ກວ່າຄົນ. ສະ​ເລ່ຍ​ລາຍ​ຮັບຂອງ​ກຳມະກອນ ຜູ້​ໜຶ່ງ​ໄດ້​ຮັບປະມານ 2 ລ້ານ​ກີບ ຕໍ່​​ ​ເດືອນ.

ນອກຈາກ​ນີ້ທ່ານ ຄຳເຫຼັກຍັງ​ດຳເນີນ ທຸລະ​ກິດ​ໂຮງຮຽນ ລະດັບ ອະນຸບານ, ປະຖົມ ​ແລະ ມັດທະຍົມ​ຕົ້ນ ຕັ້ງ​ຢູ່ ​ແຂວງບໍ່​ແກ້ວ.

ທຸລະກິດທັງ​ໝົດຂອງ​ບໍລິສັດ ເຊິນຈືເຕີ ໄດ້ສ້າງວຽກເຮັດງານທຳ ໃຫ້ປະຊາຊົນໃນທອງຖິ່ນ ຈຳນວນ​ 158 ຄົນ ​ໃນ​ນີ້ 68 ຄົນ​ແມ່ນເປັນ​​ເພດຍິງ.

ທ່ານ ຄຳເຫຼັກ ໄດ້ຍ້າຍຖິ່ນຖານ ບ້ານເກີດ ມາຈາກ ​ແຂວງ​ຜົ້ງ​ສາລີ ເພື່ອມາ​ດຳລົງ​ຊີວິດ ແລະ ປະກອບອາຊີບ ​ຢູ່​ແຂວງ ຫຼວງ​ນ້ຳ​ທາ ​ເຊິ່ງ​ເປັນ​ແຂວງ​ໜຶ່ງ​ຂອງ ສປປ ລາວ ທີ່​ມີ​ຊາຍ​​ແດນ​ຕິດ​ກັບ ​ແຂວງ ​ຢຸນ​ນານ ສປ ຈີນ, ​ມີເສັ້ນທາງຄົມມະນາຄົມ ທີ່ສະດວກ​ ສະບາຍ​ ແລະ ມີທົ່ງພຽງ​ກວ້າງ​ຂວາ​ງ ທຽບ​ໃສ່ ​ແຂວງ ​ຜົ້ງ​ສາລີ ​ອັນ​ເປັນ​ເງື່ອນ​ໄຂ​ອຳນວຍຄວາມສະດວກ ໃຫ້ແກ່​ການ​ດຳ​ເນີນ​ທຸລະ​ກິດ.

ທ່ານ ຄຳເຫຼັກ ເວົ້າວ່າ: ສິ່ງ​ທ້າ​ທາຍ​ຂອງ​ພາກ​ທຸລະ​ກິດຢູ່ພາຍ​ໃນ ​ແຂວງ ຫຼວງ​ນ້ຳ​ທາ ແມ່ນຄວາມຊັກຊ້າໃນການ​ຂໍ​ອະນຸມັດດ້ານ​ເອກະສານບໍ່​ທັນ​ໃຈຖ້າ​ທຽບ​ໃສ່​ເມືອງ​ໃຫ​ຍ່ໆ ເຊິ່ງ ທຸລະ​ກິດ ແມ່ນຕ້ອງການ​ຄວາມ​ວ່ອງ​ໄວ.

​ທ່ານ ຄຳ​ເຫຼັກ ໄດ້ວາງ​ແຜນທຸລະກິດ​​ໃນ 5​ ປີ ຂ້າງໜ້າ ທ່ານ ຈະລົງທຶນ​ສ້າງ​ໂຮງຮຽນ​ສອງ​ພາສາ ລາວ-​ຈີນ ​ແຫ່ງ​ທີ່​ສອງ ​ແລະ ຈະ​ສ້າງ​ໂຮງ​ແຮມ​ຂະໜາດ​ໃຫຍ່​ໃຫ້​ສາມາ​ດຮັບ​ແຂກ​ໃນ​ຈຳນວນຫຼວງ​ຫູາຍ​ໄດ້ ​​​ແລະ ສ້າງ​ຟາ​ມລ້ຽງສັດ ​ແລະ ການ​ກະ​ເສດ ໜຶ່ງ​ແຫ່ງ.

​ທ່ານ ຍັງໄດ້ສະເໜີໃຫ້ພາກລັດ ​ອຳນວຍ​ຄວາມ​ສະດວກ ​ໃນ​ການ​ອະນຸມັດເອກະສານ.

ຂ່າວ: ມະນີ​ຈັນ

ພາບ: ບຸນ​ແຝງ

Related Articles

Leave a Reply