ອົງການກາແດງແຫ່ງຊາດລາວ ໄດ້ນຳເອົາອຸປະກອນ ເຄື່ອງກອງນ້ຳສະອາດ ຈຳນວນ 123 ເຄື່ອງ ມູນຄ່າ 80 ລ້ານກີບ ມາມອບໃຫ້ກອງພັນ 418 ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນກອງພັນ ໃນຍາມສຸກເສີນໃຫ້ແກ່ອ້າຍນ້ອງໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ.
ພ້ອມນັ້ນ ກໍເປັນການເພີ່ມຄວາມສະດວກໃນການນຳໃຊ້ເຄື່ອງກອງນ້ຳໃນການກັ່ນຕອງນ້ຳໃຫ້ສະອາດ ໃນການກິນ, ດື່ມ,ການໃຊ້ ເພື່ອໃຫ້ຖືກຫຼັກອະນາໄມ ແລະ ສົ່ງເສີມການມີສຸຂະພາບດີຂຶ້ນ.
ພິທີມອບ-ຮັບ ເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ນີ້ ຢູ່ທີ່ຫ້ອງປະຊຸມກອງພັນ 418 ຊຶ່ງໃຫ້ກຽດມອບໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍ ທ່ານ ພັທ ຫຼອງ ທອງສະໄໝ ຮອງຫົວໜ້າກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.