ໃນໄລຍະ 4 ປີ ຜ່ານມາອົງການກາແດງຫຼວງພະບາງໄດ້ພະຍາຍາມທຸກຄວາມສາມາດເພື່ອເຮັດວຽກບັນເທົາທຸກໃຫ້ແກ່ປະຊາຊົນ ໂດຍນຳໃຊ້ ງົບປະມານ ຫຼາຍກວ່າ 2,5 ຕື້ກີບ ເພື່ອຊ່ວຍເຫຼືອປະຊາຊົນໃນແຂວງ ເກືອບ 40,000 ຄົນ.
ຫວ່າງບໍ່ດົນມານີ້ ທ່ານສິງຄຳ ມິ່ງບຸນຕາ ຮອງຫົວໜ້າ ອົງການກາແດງຫລວງພະບາງໄດ້ລາຍງານ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານວຽກງານກາແດງທີ່ພົ້ນເດັ່ນຢູ່ແຂວງຫຼວງພະບາງ ເນື່ອງໃນໂອກາດ ການກະກຽມ ສະເຫຼີມ ສະຫຼອງ ວັນສ້າງຕັ້ງ ອົງການກາແດງລາວຄົບຮອບ 65 ປີ ຄືວັນທີ 1 ມັງກອນ 1955 – 1 ມັງກອນ 2020.
ທ່ານ ສິງຄຳ ໄດ້ກ່າວວ່າ: ການຊ່ວຍເຫຼືອປະຊາຊົນປະຊົນຜູ້ທຸກຍາກຂາດເຂີນນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ອົງການກາແດງແຂວງຫລວງພະບາງ ໄດ້ອອກແຮງສູ້ຊົນປະຕິບັດໜ້າທີ່ພາລະບົດບາດໃນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນໃນເຂດຫ່າງໄກສອກຫຼິກ, ຕາມ 7 ຫຼັກການພື້ນຖານມະນຸດສະທໍາ ແລະ ປະສົບຜົນສຳເລັດຫຼາຍດ້ານ.
ທ່ານ ໄດ້ອະທິບາຍວ່າ: ວຽກງານການຊ່ວຍເຫຼືອບັນເທົາທຸກແມ່ນ ບູລິມະສິດຂອງອົງການກາແດງ ນັບແຕ່ປີ 2016 ມາຮອດປະຈຸບັນ ພວກເຮົາສາມາດຂົນຂວາຍເພື່ອການ ຊ່ວຍເຫຼືອປະຊາຊົນທຸກຍາກ ໄດ້ທັງໝົດ 5,166 ຄອບຄົວ, 39,523 ຄົນ ມູນຄ່າ 2 ຕື້ກວ່າ ກີບ ເຂົ້້າໃນການສະໜອງສັດລ້ຽງ, ປຸກລະດົມຈັດຫາເລືອດ ແລະ ສະໜອງເລືອດທີ່ປອດໄພ, ສົ່ງເສີມສຸຂະພາບຂັ້ນພື້ນຖານໃຫ້ປະຊາຊົນຄືການສ້າງນ້ໍາລິນ, ສ້າງວິດຖ່າຍ, ອົບຮົມປະຖົມພະຍາບານ ແລະ ຊ່ວຍຊິວິດປະຊາຊົນ ໃຫ້ແກ່ຊາວໜຸ່ມ ແລະ ຕຳຫລວດ, ໜ່ວຍກູໄພສຸກເສີນໄດ້ເຄື່ອນໄຫວຮັບໃຊ້ປະຊາຊົນທີ່ປະສົບໄພ ແລະ ອຸປະຕິເຫດ. ພ້ອມກັນນີ້, ຍັງມີພາກສ່ວນຕ່າງໆມາປະກອບສ່ວນບໍລິຈາກໃຫ້ໜ່ວຍງານ ແລະ ປຸກລະດົມຂົນຂວາຍຊອກຫາແຫລ່ງທຶນຊ່ວຍເຫຼືອ ຈາກການຜະລິດນ້ຳດື່ມ ແລະ ການບໍລິການອື່ນໆ. ນອກນັ້ນຍັງມີກາແດງ 4 ປະເທດໃຫ້ການຊ່ວຍເຫຼືອ ຄື: ກາແດງ ສະວິດ, ກາແດງ ສ.ເກົາຫຼີ, ກາແດງ ແຂວງຫູນານ ສປ ຈີນ ແລະ ກາແດງ ແຂວງດຽນບຽນ ສສ ຫວຽດນາມ.
ຂ່າວ: ວຽງຈັນທາຍ
ພາບ: ອົງການກາແດງຫຼວງພະບາງ