ກິລາບານເຕະ (ຊາຍ) ຈະເລີ່ມແຂ່ງຂັນ ໃນວັນທີ 19 ມີນາ 2020 ແລະ ປິດການແຂ່ງຂັນ ວັນທີ 31 ມີນາ 2020 ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃນລະຫວ່າງ ວັນທີ 22 ມີນາ ຫາ 1 ເມສາ ນີ້, ໂດຍສະເພາະ ການແຂ່ງຂັນບານເຕະຄັ້ງນີ້ ຈະເລີ່ມຈັບສະຫຼາກແບ່ງສາຍ ແລະ ຈັດຕາຕະລາງແຂ່ງຂັນໃນວັນທີ 2 ມີນາ.
ທ່ານ ຈັນສີ ຈິດຕະປັນຍາ, ຮອງຫົວໜ້າ ກົມກິລາສາຍສູງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ປະຈຸບັນນີ້ ບານເຕະ (ຊາຍ) ມີ 19 ທິມ ໄດ້ແຈ້ງເຈດຈຳນົງເຂົ້າຮ່ວມງານຄັ້ງນີ້ ແຕ່ຍັງບໍ່ທັນແຈ້ງເປັນທາງການວ່າ ມີພາກສ່ວນໃດແນ່ ເພາະພວກເຮົາ ຍັງເປີດຮັບສະໝັກທິມບານເຕະຊາຍ ຈົນຮອດມື້ເປີດການແຂ່ງຂັນ. ສຳລັບ ການຖ່າຍທອດສົດ ທາງໂທລະພາບ ການແຂ່ງຂັນບານເຕະຄັ້ງນີ້ ພວກເຮົາຍັງຈະໄດ້ປຶກສາຫາລື ກັບພາກສ່ວນກ່ຽວຂອ້ງວ່າ ຈະຖ່າຍທອດສົດ ໃນຮອບການແຂ່ງຂັນໃດແດ່.
ສະເພາະ ກິລາບານເຕະ (ຍິງ) ແມ່ນຈະເລີ່ມຈັດການແຂ່ງຂັນມື້ດຽວກັນກັບ ບານເຕະ (ຊາຍ) ເຊິ່ງປະຈຸບັນ ຍັງບໍ່ທັນແຈ້ງວ່າ ມີຈັກພາກສ່ວນທີ່ແຈ້ງເຈດຈຳນົງເຂົ້າຮ່ວມ ເຊິ່ງຍັງເປີດຮັບສະໝັກ ແລະ ຈະປິດຮັບສະໝັກທິມບານເຕະ (ຍິງ) ໃນວັນທີ 20 ມີນາ 2020 ນີ້.
ຂ່າວ: ບົວຜັນ
ພາບ ປະກອບ