Vientiane Times Lao
ກຸ່ມບໍລິສັດພົງຊັບທະວີ ມອບອຸປະກອນການແພດ ເພື່ອປ້ອງກັນໂຄວິດ-19

ກຸ່ມບໍລິສັດພົງຊັບທະວີ ມອບອຸປະກອນການແພດ ເພື່ອປ້ອງກັນໂຄວິດ-19

ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ມອບເຄື່ອງຊ່ວຍຫາຍໃຈຄົບຊຸດຈໍານວນ 5 ເຄື່ອງໃຫ້ລັດຖະບານໃນວັນທີ 5 ພຶດສະພາ 2020 ລວມມູນຄ່າທັງໝົດ 1.4 ຕື້ ກວ່າກີບ ເພື່ອປະກອບສ່ວນໃນການຊ່ວຍຊີວິດຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຢູ່ໂຮງໝໍ.

ການຊ່ວຍເຫຼືອດັ່ງກ່າວມອບໂດຍ ຕາງໜ້າກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ຊຶ່ງມີ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ, ມີຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງແຕ່ລະພາກສ່ວນເຂົ້າຮ່ວມ.

ນອກຈາກນີ້ ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດພົງທະວີຊັບ ຈໍາກັດຜູ້ດຽວ ເມື່ອບໍ່ດົນມານີ້ ໄດ້ນຳເອົາອຸປະກອນການແພດ ປະເພດຜ້າອັດປາກ-ດັງ ແບບທີ່ໃຊ້ ທາງການແພດ ຈຳນວນ 200.000 ອັນ ແລະ ຜ້າອັດປາກແບບ (N 95) ຈໍານວນ 10.000 ອັນ ລວມມູນຄ່າ 1.2 ຕື້ກວ່າກີບ ມາມອບໃຫ້ລັດຖະບານ ເພື່ອນໍາໄປມອບໃຫ້ບັນດາແພດໝໍ ແລະ ປະຊາຊົນຜູ້ທີ່ມີຄວາມສ່ຽງ ເພື່ອປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19.

ຂ່າວ: ເພັດໂພໄຊ 

Related Articles

Leave a Reply