ກົມຕຳຫຼວດສິ່ງແວດລ້ອມ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປ່ອຍປາຈຳນວນ 5 ພັນໂຕ ໃນວັນທີ 5 ມິຖຸນາ 2020, ຢູ່ ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ 48 ປີ.
ຈຸດປະສົງຫຼັກຂອງພິທີດັ່ງກ່າວແມ່ນເພື່ອປູກຈິດສຳນຶກໃນການອານຸລັກສັດສັດນໍ້າ ສັດປ່າ ແລະ ສິ່ງແວດລ້ອມໃຫ້ແກ່ພະນັກງານ ແລະ ປະຊາຊົນທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມສຳຄັນຂອງການປ່ອຍປາ ແລະ ຜົນຮ້າຍຈາກການທຳລາຍສິ່່່່່່ງແວດລ້ອມ, ເປັນຕົ້ນແມ່ນຜົນກະທົບ ຈາກໂຮງງານອຸດສາຫະກຳ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ໂຄງການອື່ນໆ, ການລັກຂຸດຄົ້ນໄມ້, ເຄື່ອງປ່າຂອງດົງ ລວມທັງການລ່າສັດນ້ຳ-ສັດປ່າ ໂດຍຂາດການອານຸລັກເປັນສາເຫດທີ່ສິ່ງລ້ອມຖືກທໍາລາຍ.
ນອກນີ້ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບການໃຊ້ກົດໝາຍສະກັດກັ້ນຕ້ານການກະທຳຜິດໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຫລຸດຜ່ອນຜົນກະທົບຈາກການທຳລາຍສິ່່່່່່ງແວດລ້ອມ ແລະ ເຊີນຊວນສັງຄົມໃຫ້ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ.
ພິທີປ່ອຍປາໃນຄັ້ງນີ້ໂດຍການເຂົ້າຮ່ວມຂອງ ທ່ານ ພັນໂທ ອິນປົງ ຈັນທະວົງສາ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານ ທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮ່ວມ.
ຂ່າວ: ເພັດໂພໄຊ
ພາບ: ກົມຕຳຫຼວດສິ່ງແວດລ້ອມ