ກົມທະຫານຊາຍແດນ ກົມໃຫຍ່ເສນາ ທິການກອງທັບໄດ້ມອບເຮືອລາດຕະເວນໃຫ້ກອງບັນຊາ ການ ປກຊ-ປກສ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ເພື່ອນຳໃຊ້ເຂົ້າໃນການລາດຕະເວນຕາມຊາຍ ແດນເພື່ອປ້ອງກັນການລັກລອບຂົນສົ່ງສີ່ງທີ່ຜິດກົດໝາຍ ແລະ ປ້ອງກັນການລັກລອບເຂົ້າອອກຂອງພົນລະ ເມືອງລາວ ແລະ ຕ່າງປະເທດແບບຜິດກົດໝາຍ ໂດຍສະເພາະແມ່ນການລັກລອບກັບຄືນມາປະ ເທດແບບຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ບັນດາປະເທດອ້ອມຂ້າງເພື່ອໜີພະຍາດໂຄວິດ-19.
ເຮືອລາດຕະເວນທີ່ມາມອບໃນຄັ້ງນີ້ ປະກອບມີ ເຮືອ 985Yຈໍານວນ 6 ລໍາ ມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ 4 ລໍາ ແລະ ໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ 2 ລໍາ ແລະ ເຮືອລາດຕະເວນ TEL:0756-754888 ຈໍານວນ 6 ລໍາ ມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ 2 ລໍາ, ໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ 2 ລໍາ ແລະ ໃຫ້ກອງບັນຊາການ ປກສ ແຂວງດັ່ງກ່າວຜູ້ລະ 1 ລຳ. ພິທີມອບ-ຮັບ ເຮືອດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ກອງຮ້ອຍທະຫານຊາຍແດນ 121 ມອບໂດຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ.
ຂ່າວ-ພາບ: ສົມໄຊ ສີລາຈັນ


