ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນມື້ວານນີ້ ເຖິງປະຊາຊົນລາວທົ່ວປະເທດວ່າ: ນັບແຕ່ມື້ນີ້ ວັນທີ 28 ເມສາ ຫາ 2 ພຶດສະພາ 2020 ນີ້ທົ່ວທຸກພາກຂອງປະເທດ ຈະເກີດມີພະຍຸລະດູຮ້ອນລູກໃໝ່.
ພ້ອມດຽວກັນ ກໍ່ເຕືອນໃຫ້ປະຊາຊົນ ກຽມຮັບມືຫຼັງຈາກອາທິດທີ່ຜ່ານມາ ເຂດພາກເໜືອ ແລະ ພາກໃຕ້ ກໍ່ໄດ້ຖືກ ພະຍຸໝາກເຫັບຖະຫຼົ່ມ, ຝົນຕົກໜັກ, ນ້ຳປ່າໄຫຼຊຸ ເຮັດໃຫ້ມີທັງຜູ້ເສຍຊີວິດ ແລະ ບ້ານເຮືອນເປ່ເພ.
ພະຍຸລະດູຮ້ອນລຸກໃໝ່ດັ່ງກ່າວນີ້ເກີດຂຶ້ນ ຍ້ອນວ່າ ໄດ້ເກີດມີແລວປະທະຂອງອາກາດຮ້ອນ ແລະ ອາກາດເຢັນທີ່ມີກຳລັງແຮງ ປານກາງ ປົກຄຸມທົ່ວທຸກພາກຂອງປະເທດ ຊຶ່ງຈະກໍ່ໃຫ້ເກີດມີພະຍຸລະດູຮ້ອນໃນລັກສະນະຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ຝົນຕົກໜັກ, ໜາກເຫັບຕົກ ແລະ ມີລົມແຮງຢູ່ໃນແຕ່ລະທ້ອງຖິ່ນຂອງທຸກພາກ ໃນໄລຍະຕອນບ່າຍ ຫາ ກາງຄືນ ຊຶ່ງອາດຈະເຮັດໃຫ້ຕົ້ນໄມ້ໃຫຍ່, ເສົາໄຟຟ້າຫັກລົ້ມ ໃນເວລາມີລົມແຮງ ຫຼື ຝົນຕົກແຮງ ໃຫ້ຫຼີກເວັ້ນການຢູ່ສະຖານທີ່ກາງແຈ້ງ, ກ້ອງຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າແຮງສູງ, ສະຖານທີ່ກໍ່ສ້າງ ແລະ ປ້າຍໂຄສະນາທີ່ບໍ່ແໜ້ນໜາ ແລະ ຈົ່ງຕິດຕາມຂ່າວພະຍາກອນອາກາດຢູ່ແຕ່ລະໄລຍະ.
ຂ່າວ: ວຽງຈັນທາຍ


