Vientiane Times Lao
ກົມໃຫຍ່ພະລາທິການ ອອກມາດຕະການຄວບຄຸມບໍ່ໃຫ້ເງິນຮົ່ວໄຫຼ

ກົມໃຫຍ່ພະລາທິການ ອອກມາດຕະການຄວບຄຸມບໍ່ໃຫ້ເງິນຮົ່ວໄຫຼ

ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງ (ປກສ ນວ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງກົມໃຫຍ່ພະລາທິການ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂອງກໍາລັງ ປກສ ເມື່ອບໍ່ດົນມານີ້ ຢູ່ສະໂມສອນ ກອງບັນຊາການ ປກສ ນວ ໂດຍການເປັນປະທານຂອງ ຫົວໜ້າຫ້ອງພະລາທິການ ປກສ ນວ ທ່ານ ພັທ ສົມພອນ ວົງຊາຕີ.

ຄໍາສັ່ງກົມໃຫຍ່ພະລາທິການ ກ່ຽວກັບວຽກງານດັ່ງກ່າວລະບຸໄວ້ວ່າ: ຫ້າມນໍາໃຊ້ ບົງ, ບິນ ທົ່ວໄປ ເພື່ອເກັບຄ່າລາຍຮັບວິຊາການເດັດຂາດ, ໃບບິນເກັບເງິນຕ້ອງໃຫ້ພະລາທິການແຕ່ລະຂັ້ນ ໄປພົວພັນເອົາໃບບິນຮັບເງິນອາກອນ ນໍາກົມໃຫຍ່ພະລາທິການ (ກົມການເງິນ), ຫ້າມອອກນິຕິກໍາເປັນຂອງຕົນເອງ ຫຼື ຂັດກັບລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ ຢ່າງເດັດຂາດ, ຫ້າມເອົາເງິນລາຍຮັບທີ່ເກັບໄດ້ຈາກຄ່າບໍລິການ, ຄ່າປັບໄໝມອບເຂົ້າບັນຊີບຸກຄົນ ແລະ ໄປແບ່ງປັນໃຊ້ຈ່າຍ ກ່ອນໄດ້ຮັບການຕົກລົງຈາກທ່ານລັດຖະມົນຕີ, ຫ້າມມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ແລະ ອື່ນໆ.

ຄໍາສັ່ງກົມໃຫຍ່ພະລາທິການ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວນີ້ ກໍ່ເພື່ອເປັນການປ້ອງກັນການຮົ່ວໄຫຼຂອງເງິນພາຍໃນກົມກອງ ແລະ ເພື່ອໃຫ້ເປັນລະບົບໂດຍຖືກຕາມກົດໝາຍ ແລະ ລະບຽບການ ແລະ ອື່ນໆ.

ຂໍ້ມູນ: ປກສ ນວ

Related Articles

Leave a Reply