ຊາວນະຄອນຫຼວງວຽງຈັນ, ຊາວຕາງແຂວງ ແລະ ຕາງປະເທດ ກຽມໄປທ່ຽວ ແລະ ຊື້ຜະລິດຕະພັນລາວ ໃນງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 (Made in Laos 2025) ຈະຈັດຂຶ້ນໃນລະຫວ່າງວັນທີ 1-8 ຕຸລາ 2025 ທີ່ຈະມາເຖິງນີ້ ຢູ່ສູນການຄ້າລາວ-ໄອເຕັກ, ຈັດໂດຍສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ບັນດາແຂວງທົ່ວປະເທດ
ພາຍໃນງານວາງສະແດງຄັ້ງນີ້ ຈະມີຫຼາຍຜະລິດຕະພັນທີ່ຜະລິດ ເຂົ້າຮ່ວມຫຼາຍກວ່າ 204 ຫ້ອງວາງສະແດງ, ມີຂະແໜງຜະລິດຕະພັນ ສິນຄ້າ ຈາກ ທັງໝົດ 17 ແຂວງເຂົ້າຮ່ວມ, ມີ 160 ຫົວໜ່ວຍບໍລິສັດ, ໃນນັ້ນ ປະກອບມີ: ຂະແໜງຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos; ຂະແໜງຜະລິດຕະພັນຫັດຖະກຳແຜນແຜ່, ຜ້າຝ້າຍ, ຜ້າໄໝ; ຂະແໜງຜະລິດຕະພັນ ຫັດຖະ ກຳເຄື່ອງເງິນ; ຂະແໜງຜະລິດຕະພັນເຟີນີເຈີ, ເຄື່ອງຕົບແຕ່ງພາຍໃນເຮືອນ; ຂະແໜງຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ; ຂະແໜງຜະລິດຕະພັນອຸດສາຫະກຳໜັກ-ເບົາ; ຂະແໜງຜະລິດຕະພັນທ່ອງທ່ຽວ, ເຄື່ອງທີ່ລະນຶກ, ເຄື່ອງໃຊ້ພາຍໃນເຮືອນ; ຂະແໜງຜະລິດຕະພັນ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ສິນຄ້າຈາກຄອບຄົວຕົວແບບ ແລະ ຂະແໜງຜະລິດຕະພັນສິນຄ້າ ຈາກປະເທດໄທ ແລະ ສປ ຈີນ ຈໍານວນໜຶ່ງ.
ນອກຈາກນັ້ນ, ຍັງຈະມີຫຼາຍກິດຈະກຳ ເຊັ່ນ: ການວາງສະແດງສິນຄ້າ, ງານປະຊຸມ-ສໍາມະນາຕ່າງໆ, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳອື່ນໆ ອີກ.
ທ່ານ ຄໍາແສນ ສີສະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຖະແຫຼຂ່າວຕໍ່ສື່ມວນຊົນ ໃນວັນທີ 9 ກັນຍາ 2025 ນີ້ວ່າ: ການຈັດງານໃນຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມານໍາໃຊ້ຜະລິດຕະພັນລາວຫຼາຍຂຶ້ນ, ພ້ອມກັນນັ້ນ ກໍເປັນການປູກລະດົມຂົນຂວາຍ ເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ທັງເປັນການສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ກາຍເປັນຂະໜາດໃຫຍ່ ໃຫ້ກາຍເປັນອຸດສາຫະກຳການຜະລິດທັງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານທີ່ພ້ອມແຂ່ງຂັນກັບຕະຫຼາດ ເພື່ອຈຳໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກສູ່ສາກົນໄດ້.