ໂຄງການພັດທະນາແຫຼ່ງທ່ອງທ່ຽວຂຸນກອງແລງ ຢູ່ ແຂວງຄໍາມ່ວນ ຄາດວ່າຈະເປີດບໍລິການນັກທ່ອງທ່ຽວຢ່າງເປັນທາງການໃນປີ 2021 ທີ່ຈະມາເຖິງນີ້ ຫຼັງຈາກທີ່ມີການລິເລີ່ມການພັດທະນາໂຄງການມາແຕ່ເດືອນມີນາ 2019 ໂດຍມີການສ້າງຝາຍ, ສ້າງນໍ້າຕົກ, ປ້ອງກັນຕາຝັ່ງເຈື່ອນຕາມສາຍແມ່ນໍ້າ, ສ້າງສວນນໍ້າ, ການຟື້ນຟູປ່າ ແລະ ອື່ນໆ ໂດຍມີຫຼາຍກວ່າ 30 ກິດຈະກໍາໄວ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນວ່າ ການພະຈົນໄພໃນຮູບແບບທໍາມະຊາດ, ສໍາຫຼວດ, ຍ່າງປ່າ, ຍ່າງຕາມພູ, ຂີ່ສະລິງ, ປີນພູ, ຂີ່ລົດຖີບເສືອພູເຂົາ, ຂີ່ເຮືອລ່ອງແມ່ນໍ້າ ແລະ ອື່ນໆ ຫຼື ອາດເວົ້າໄດ້ວ່າ ແຫຼ່ງທ່ອງທ່ຽວຂຸນກອງແລງ ເໜາະສໍາລັບນັກທ່ອງທ່ຽວທີ່ມັກພະຈົນໄພທີ່ຕິດພັນກັບທໍາມະຊາດ.
ທ່ານ ມະໂນທອງ ພົງສະຫວັດ ຜູ້ປະສານງານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຂຸນກອງແລງ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້ານີ້ກ່ຽວກັບຄວາມຄືບໜ້າຂອງໂຄງການດັ່ງກ່າວວ່າ: ຕາມທໍາມະດາແລ້ວໂຄງການດັ່ງກ່າວແມ່ນ ຈະມີການເປີດທົດລອງໃນລະຫວ່າງປີໃໝ່ລາວ ຄສ 2563 ແຕ່ຄາການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກໄດ້ມີການຢຸດເຊົາ, ຮອດປັດຈຸບັນໂດຍລວມແລ້ວໜ້າວຽກຂອງໂຄງການແມ່ນສໍາເລັດແລ້ວຫຼາຍກວ່າ 90% ໂດຍມີການສ້າງຝາຍ, ສ້າງນໍ້າຕົກ, ປ້ອງກັນຕາຝັ່ງເຈື່ອນຕາມສາຍແມ່ນໍ້າ, ສ້າງສວນນໍ້າ, ສ້າງເຮືອນໄມ້ຊົງລາວ 25 ຫຼັງ, ເຮືອນແຄບຊູນແບບທັນສະໄໝ 26 ຫຼັງ ແລະ ຄັບເຮົາ 5 ຫຼັງ ແລະ ອື່ນໆ.
ທ່ານ ມະໂນທອງ ໄດ້ກ່າວຕື່ມວ່າ: ອຸປະກອນຕ່າງໆທີ່ຈະນໍາມາຕົບແຕ່ງເຮືອນພັກ, ອຸປະກອນເຄື່ອງຫຼິ້ນທີ່ຈະມາຕິດຕັ້ງຢູ່ສວນນໍ້າ, ສາຍສະລິງ ແລະ ອຸປະກອນອື່ນໆ ແມ່ນຈະໄດ້ນໍາເຂົ້າມາຈາກຕ່າງປະເທດ ດັ່ງນັ້ນຕ້ອງລໍຖ້າດ່ານສາກົນເປີດກ່ອນຈຶ່ງຈະສາມາດນໍາເຂົ້າມາໄດ້ ແຕ່ເຊື່ອວ່າໃນປີ 2021 ຈະມີການເປີດແຫຼ່ງທ່ອງທ່ຽວດັ່ງກ່າວຢ່າງແນ່ນອນ.
ໂຄງການພັດທະນາແຫຼ່ງທ່ອງທ່ຽວຂຸນກອງແລງ ເປັນໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ແລະ ພັດທະນາກະສິກໍາແບບອະນຸລັກທໍາມະຊາດ, ຍືນຍົງ, ສີຂຽວ ໂດຍມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າ ລວມມີເນື້ອທີ່ທັງໝົດປະມານ 30 ເຮັກຕາ ຕັ້ງຢູ່ບ້ານນາຄື ເມືອງຫິນບູນ ແຂວງຄໍາມ່ວນ ຕາມເສັ້ນທາງເລກທີ 13 ໃຕ້ ຫ່າງຈາກຕົວເມືອງຫິນບູນປະມານ 20 ກິໂລແມັດໂດຍແມ່ນບໍລິສັດ ອິນທຣາໂຄໂປເຣຊັນ ຈໍາກັດຜູ້ດຽວເປັນຜູ້ສໍາປະທານ ຊຶ່ງໄລຍະສໍາປະທານແມ່ນ 50 ປີ ດ້ວຍມູນຄ່າການລົງທຶນຫຼາຍກວ່າ 65 ລ້ານໂດລາ.
ຂ່າວ: ວຽງຈັນທາຍ
ພາບ: ມະໂນທອງ