ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງ ທີ 5 ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ປະເທດລາວ ແລະ ແຂວງບຶງການປະເທດໄທ ຈະເປີດຢ່າງເປັນທາງການໃນ ວັນທີ 25 ທັນວາ 2025 ນີ້.
ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງ ທີ 5 ໄດ້ໃຫ້ສຳພາດວ່າ: ການກໍ່ສ້າງຂົວດັ່ງກ່າວສໍາເລັດແລ້ວຮ້ອຍສ່ວນຮ້ອຍ, ໂດຍມີການກຳນົດເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025. ນີ້, ປະຈຸບັນ ແມ່ນພວມກະກຽມການທົດລອງລະບົບການບໍລິການ ເປັນຕົ້ນ: ເຄື່ອງສະແກນ, ລະບົບການລົງທະບຽນຍື່ນເອກະສານ ແລະ ອື່ນໆ, ພ້ອມຝຶກອົບຮົມບຸກຄະລາກອນພາຍໃນດ່ານ ໃຫ້ມີຄວາມຊຳນານ ແລະ ຄວາມຄ່ອງຕົວໃນການບໍລິການເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດ.
ທ່ານ ໄລທອງ ພົມມະວົງ ກ່າວວ່າ: ຂົວມິດຕະພາບແຫ່ງທີ 5 ນີ້ ຈະກາຍເປັນປະຕູ ເສດຖະກິດທີ່ສໍາຄັນ, ຊ່ວຍຫຼຸດໄລຍະທາງ ແລະ ເວລາໃນການຂົນສົ່ງສິນຄ້າ, ໂດຍສະເພາະແມ່ນການເຊື່ອມໂຍງເສັ້ນທາງຄົມມະນາຄົມຈາກໄທຜ່ານລາວໄປສູ່ຫວຽດນາມ ດ້ວຍໄລຍະທາງພຽງ 150 ກິໂລແມັດ, ຄາດວ່າ ຈະຊ່ວຍຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຂອງທັງສອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງໃນອະນາຄົດ.
ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ ແລະ ເບື້ອງຝັ່ງໄທ ມີ 815 ແມັດ, ຄວາມກວ້າງ ມີ 17.40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ.
ທີ່ມາ: ວສລ