ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ພະຍາດອັກເສບປອດ ໂຄວິດ-19 ໃນຕອນບ່າຍວັນທີ 10 ເມສາ 2020 ຖືວ່າເປັນຂ່າວດີສໍາລັບປວງຊົນລາວທັງຊາດ ເມື່ອບໍ່ພົບຜູ້ຕິດເຊື້ອເພີ່ມ ເຊິ່ງຕົວເລກຍັງເປັນ 16 ຄົນ ເທົ່າເດີມ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຊາບວ່າ ໃນວັນທີ 09 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 82 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 32 ຄົນ, ກໍລະນີສົງໄສໃໝ່ ມີ 50 ຄົນ, ຜູ້ອອກແຮງງານລາວ ທີ່ກັບມາແຕ່ໄທ 00 ຄົນ.
ໃນຈຳນວນ 82 ຄົນທີ່ມາກວດນັ້ນ ມີ ນະຄອນຫຼວງວຽງຈັນ 76 ຄົນ ແລະ ຕ່າງແຂວງ 06 ຄົນ (ຫຼວງພະບາງ 04 ຄົນ, ອັດຕະປື 01 ຄົນ ແລະ ສາລະວັນ 01 ຄົນ) ເຊິ່ງຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດ ວັນທີ 09 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1,035 ຄົນ, ກວດພົບເຊື້ອ ທັງໝົດ 16 ຄົນ ແລະ ທັງໝົດ 16 ຄົນ ປະຈຸບັນແມ່ນນອນປິ່ນປົວ-ຕິດຕາມ ຢູ່ໂຮງໝໍ.
ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ – 09 ເມສາ 2020 ມີ ທັງໝົດ 303 ຄົນ, ໝົດກໍານົດຕິດຕາມທັງໝົດ 218 ຄົນ, ຍັງສືບຕໍ່ຕິດຕາມ ທັງໝົດ 85 ຄົນ, ເຊິ່ງມີລາຍລະອຽດ ດັ່ງນີ້: ນະຄອນຫຼວງວຽງຈັນ 41 ຄົນ, ແຂວງ ໄຊສົມບູນ 39 ຄົນ, ແຂວງ ຫຼວງພະບາງ 02 ຄົນ, ແຂວງ ຄຳມ່ວນ 02 ຄົນ, ແຂວງ ວຽງຈັນ 01 ຄົນ, ສຳລັບການຕິດຕາມສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິ ເວນຢູ່ເຮືອນ ໃນທົ່ວປະເທດ, ສະຖານທີ່ຈຳກັດບໍລິເວນໃນຂອບເຂດທົ່ວປະເທດມີ 1,661 ແຫ່ງ.
ຈຳນວນຄົນທີ່ຕິດຕາມຢູ່ສູນຈຳກັດບໍລິເວນມີ 60,237 ຄົນ ແລະ ຈຳນວນທີ່ຈຳກັດບໍລິເວນຢູ່ເຮືອນຂອງຕົນເອງມີ 21,557 ຄົນ.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ