ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ສປປ ລາວ ແລະ ກໍາປູເຈຍ ແມ່ນຖືກຈັດເຂົ້າຢູ່ໃນກຸ່ມປະເທດທີ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ຫຼຸດລົງ ເຊັ່ນວ່າ ຢູ່ ປະເທດລາວ ໃນວັນທີ 27 ພຶດສະພາ 2021 ມີຜູ້ຕິດເຊື້ອ 12 ຄົນໃນຂອບເຂດທົ່ວປະເທດ, ວັນທີ 28 ພຶດສະພາ ມີຜູ້ຕິດເຊື້ອ 10 ຄົນ, ວັນທີ 29 ພຶດສະພາ ມີຜູ້ຕິດເຊື້ອ 3 ຄົນ ແລະ ວັນທີ 30 ພຶດສະພາມີຜູ້ຕິດເຊື້ອ 3 ຄົນເຊັ່ນກັນ. ແຕ່ເຖິງແມ່ນວ່າຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວຫຼຸດລົງແຕ່ຍັງບໍ່ສາມາດໄວ້ວາງໃຈໄດ້ວ່າຕົວເລກຜູ້ຕິດເຊື້ອຈະບໍ່ເພີ່ມຂຶ້ນອີກ ຍ້ອນວ່າຍັງພົບຜູ້ຕິດເຊື້ອໃນຊຸມຊົນທີ່ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອເກົ່າ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນຍ້ອນວ່າຍັງມີການລະເມີດຄໍາສັ່ງ 15/ນຍ ໂດຍມີການ ຊຸມແຊວສັງສັນ ພາຍໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ໝູ່ຄູ່ ຈຶ່ງເຮັດໃຫ້ມີການຕິດເຊື້ອໃນກຸ່ມດັ່ງກ່າວໃນແຕ່ລະວັນ, ນອກນັ້ນຍັງມີການແຜ່ເຊື້ອຮອບ ໃໝ່ຢູ່ບັນດາປະເທດອ້ອມຂ້າງ ປະເທດລາວ ແລະ ຍັງມີແຮງງານລາວທີ່ໄປເຮັດວຽກຢູ່ປະເທດ ທີ່ມີການແຜ່ເຊື້ອດັ່ງກ່າວ ເປັນຈໍານວນຫຼາຍທີ່ກັບຄືນມາປະເທດໃນແຕ່ລະວັນ ສິ່ງສໍາຄັນຖ້າແຮງງານດັ່ງກ່າວລັກລອບກັບຄືນປະເທດ ໂດຍທີ່ທາງເຈົ້າໜ້າທີ່ບໍ່ເຫັນ ແລະ ບໍ່ໄດ້ນໍາຕົວໄປກວດຫາເຊື້ອ ແລະ ບໍ່ໄດ້ໄປຈໍາກັດບໍລິເວນນັ້ນຖ້າຜູ້ໃດໜຶ່ງຕິດເຊື້ອມາກໍ່ອາດ ຈະເປັນຜູ້ແຜ່ເຊື້ອໃນຄອບຄົວ ແລະ ຊຸມຊົນ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ສາເຫດໜຶ່ງທີ່ຍັງພົບຜູ້ຕິດເຊື້ອໃນຊຸມຊົນຍ້ອນວ່າຜູ້ຕິດ ເຊື້ອບາງຄົນທີ່ ມີອາການຄ້າຍຄືນິຍາມທີ່ຕິດເຊື້ອພະຍາດໂຄວິດ-19 ຍັງໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນໃນ ແຕ່ລະວັນ, ຮຽກຮ້ອງໃຫ້ ຖ້າຫາກທ່ານໃດ ຮູ້ວ່າຕົນເອງເປັນຜູ້ສຳຜັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອ ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້, ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ(-) ກໍ່ໃຫ້ສືບຕໍ່ຈໍາກັດບໍລິເວນຕົນເອງ ຈົນຄົບກຳນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ.