Vientiane Times Lao
ຂ່າວປອມ: ເຫດການນີ້ເກີດຂຶ້ນແຕ່ປີ 2020

ຂ່າວປອມ: ເຫດການນີ້ເກີດຂຶ້ນແຕ່ປີ 2020

ຈາກກໍລະນີທີ່ມີຜູ້ໃຊ້ເຟສບຸກທ່ານໜຶ່ງເປັນເພດຍິງໄດ້ປ່ອຍຂ່າວ ຫຼື ຄລີບສຽງວ່າ: ໃນຄໍ່າຄືນຂອງວັນທີ 28 ເມສາ 2021 ນີ້ໄດ້ມີເຫດການກຸ່ມຄົນບໍ່ດີໄດ້ ລັກງັດຮ້ານຂາຍເຄື່ອງ ເຂດບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ນັ້ນທີມງານວຽງຈັນທາຍໄດ້ໂທສອບຖາມ ປກສ ເມືອງຈັນທະບູລີ ໂດຍໄດ້ຮັບການຢືນຢັນວ່າເປັນຂ່າວປອມ ຫຼື ຂ່າວບໍ່ມີມູນຄວາມຈິງ ຊຶ່ງປັດຈຸບັນນີ້ເຈົ້າໜ້າທີ່ກໍາລັງຕິດຕາມຜູ້ທີ່ປ່ອຍ ຂ່າວປອມດັ່ງກ່າວມາດໍາເນີນຄະດີ.

ທ່ານພັນໂທຄໍາໝາກ ພົມມະວົງສາ ຫົວໜ້າ ປກສ ເມືອງຈັນທະບູລີໄດ້ ກ່າວ ຕໍ່ທີມງານວຽງຈັນທາຍວ່າ: ເຫດການທີ່ມີຜູ້ຍິງລາຍໜຶ່ງທີ່ປ່ອຍຂ່າວ ພ້ອມພາບເຫດການທີ່ມີການໄລ່ຈັບກຸ່ມຄົນບໍ່ດີທີ່ໄດ້ລັກງັດຮ້ານຂາຍເຄື່ອງເຂດບ້ານສີບຸນເຮືອງນັ້ນເປັນຂ່າວປອມ, ນັ້ນແມ່ນຄະດີ ຫຼື ເຫດການ ທີ່ເຈົ້າ ໜ້າທີ່ລັດຈັບສະກັດກຸ່ມຄົນລັກຂົນໄມ້ຊຶ່ງເປັນເຫດການ ທີ່ເກີດ ຂຶ້ນເມື່ອປີ 2020 ທີ່ຜ່ານມາ. 

Related Articles

Leave a Reply