ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ : ບັນຫາຂໍ້ຂັດແຍ້ງເລື່ອງທີ່ດິນລະຫວ່າງປະຊາຊົນ ແລະ ລັດຍັງແກ້ໄຂບໍ່ຕົກ ໂດຍສະເພາະຢູ່ໃນຂົງເຂດກໍ່ສ້າງທີ່ເປັນໂຄງການໃຫຍ່ໆ ທີ່ລັດຖະບານມີສ່ວນກ່ຽວຂ້ອງນຳ, ເກີດຂຶ້ນຍ້ອນປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໜາະສົມ ແລະ ບວກເກັບການໃຫ້ຂໍ້ມູນຂອງພະນັກງານຈຳນວນໜຶ່ງທີ່ລົງໄປໄກ່ເກ່ຍບໍ່ຊີ້ແຈງໃຫ້ປະຊາຊົນເຂົ້າໃຈລະອຽດ ແລະ ໃຊ້ຄຳເວົ້າທີ່ບໍ່ເໝາະສົມກັບປະຊາຊົນ.
ທ່ານ ບຸນຄາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ກ່າວໃນບໍ່ດົນມານີ້ວ່າ: ຜ່ານມາມີບາງບຸກຄົນໄປດຳລົງຊີວິດຢູ່ເຂດດິນປ່າສະຫງວນຂອງລັດ ໃນກໍລະນີນີ້ຖ້າມີການຍ້າຍ ຫຼື ຖືກໂຄງການ ເບື້ອງລັດຈະຊົດເຊີຍພຽງແຕ່ສິ່ງປຸກສ້າງ ແລະ ຜົນລະປູກ ບໍ່ໄດ້ຊົດເຊີຍເລື່ອງດິນ ເຮັດໃຫ້ປະຊາຊົນຈຳນວນໜຶ່ງບໍ່ຍິນຍອມແຕ່ຕ້ອງເຂົ້າໃຈວ່າ ອັນໃດແມ່ນດິນຂອງຕົນ ອັນໃດແມ່ນກຳມະສິດຂອງລັດ, ກໍລະນີທີ່ແມ່ນດິນຂອງປະຊາຊົນແທ້ ມີໃບຕາດິນທີ່ຖືກຕ້ອງຄົບຖ້ວນ ໂຕນີ້ແມ່ນບັນຫາໃຫຍ່ທີ່ເກີດຂໍ້ຂັດແຍ້ງ ຍ້ອນວ່າເບື້ອງລັດມີການທົດແທນ ຫຼື ຊົດເຊີຍໃນມູນຄ່າທີ່ບໍ່ເໝາະສົມ ເຮັດໃຫ້ປະຊາຊົນບໍ່ຍິນຍອມ ເຊັ່ນ ໂຄງການໃຫຍ່ໆທີ່ທາງພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ກຳລັງປະຕິບັດໃນປັດຈຸບັນນີ້.
ທ່ານ ບຸນຄາມ ໄດ້ກ່າວຕື່ມວ່າ : ບັນຫາພະນັກງານທີ່ລົງໄປໄກ່ເກ່ຍ ກໍ່ເປັນບັນຫາໜຶ່ງ ທີ່ເຮັດໃຫ້ເກີດຂໍ້ຂັດແຍ້ງ ເພາະມີການເວົ້າຈາບໍ່ສຸພາບ ບໍ່ອ່ອນໂຍນ ແລະ ການອະທິບາຍຊີ້ແຈງໃຫ້ປະຊາຊົນຍັງບໍ່ລະອຽດເຮັດໃຫ້ພວກເຂົາບໍ່ເຂົ້າໃຈ, ອີກກໍລະນີໝຶ່ງ ບາງໂຄງການ ບໍລິສັດເອກະຊົນໄດ້ກຳມະສິດຈາກລັດແລ້ວ ໃນການສຳປະທານດິນ ແຕ່ບໍ່ໄດ້ເຂົ້າເຖິງການເຈລະຈາ ແລະ ໄກ່ເກ່ຍ ເຮັດໃຫ້ປະຊາຊົນບໍ່ເຂົ້າໃຈ ແລະ ມີການປຸກລະດົມກັນມາຕໍ່ຕ້ານ ເລີຍເກີດເປັນຂໍ້ຂັດແຍ້ງ.
ຂ່າວ-ພາບ : ສົມພາວັນ