ທຸລະກິດກະສິກຳທ້ອງຖິ່ນສອງແຫ່ງ ໄດ້ຮັບການສະໜັບສະໜູນທຶນ ຈາກໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດກັບສິ່ງແວດລ້ອມ (ຄສກສ).
ຄສກສ ໄດ້ເຊັນສັນຍາ ເພື່ອສະໜອງທຶນ ໃຫ້ແກ່ ວິສາຫະກິດສ່ວນບຸກຄົນ ດີເອັມເອັກສ໌ ອໍແກນິກຟາມ ແລະ ບ້ານປອດສານພິດສ່ວນບຸກຄົນ ເຊິ່ງເປັນທຸລະກິດກະສິກຳແບບມີສ່ວນຮ່ວມ (MGS) ຫັນປ່ຽນພາກກະສິກຳໄປສູ່ມາດຕະຖານສາກົນ, ເປັນມິດກັບສິ່ງແວດລ້ອມ ແລະ ຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານ.
ພິທີເຊັນສັນຍາໄດ້ຈັດຂຶ້ນ ໃນວັນທີ 4 ກໍລະກົດ, ລົງນາມ ລະຫວ່າງ ທ່ານ ສໍາລານ ປະເສີດຄໍາຫຼ້າ, ຫົວໜ້າໂຄງການ ຄສກສ, ທ່ານ ທອງວັນ ດວງມີໄຊ, ເຈົ້າຂອງວິສາຫະກິດສ່ວນບຸກຄົນ ດີເອັມເອັກສ໌ ອໍແກນິກຟາມ (ໄດ້ຮັບການໜູນທຶນ ຈາກໂຄງການ 81,150 ໂດລາ) ແລະ ທ່ານ ນາງ ສຸດາລິນ ສີສຸລາດ, ເຈົ້າຂອງບ້ານປອດສານພິດສ່ວນບຸກຄົນ (ໄດ້ຮັບການໜູນທຶນ 48,291 ໂດລາ).
ໂຄງການ ຄສກສ, ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ທະນາຄານພັດທະນາອາຊີ, ມີບົດບາດສຳຄັນໃນການສະໜັບສະໜູນແຜນຍຸດທະສາດການພັດທະນາກະສິກຳ ແລະ ປ່າໄມ້ຂອງລັດຖະບານລາວ ຮອດປີ 2025 ແລະ ວິໄສທັດ 2030.
ໂດຍຈຸດປະສົງຫຼັກແມ່ນເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ, ພັດທະນາຊົນນະບົດ, ແລະ ລຶບລ້າງຄວາມທຸກຍາກ ໂດຍຍຶດຖືທິດທາງ “ສີຂຽວ, ສະອາດ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.”
ການໃຫ້ທຶນດັ່ງກ່າວ ແມ່ນຍັງເພື່ອຍົກລະດັບສູ່ມາດຕະຖານສາກົນ: OA, GAP, GMP, HACCP
ໂຄງການຈະສຸມໃສ່ ການຍົກລະດັບຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນກະສິກຳລາວ. ໂຄງການບໍ່ພຽງແຕ່ຊ່ວຍພັດທະນາລະບົບຕ່ອງໂສ້ການຜະລິດ ແລະ ສ້າງມູນຄ່າເພີ່ມເທົ່ານັ້ນ, ແຕ່ຍັງປັບປຸງເຕັກນິກການຜະລິດ, ແນວພັນພືດທີ່ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ທີ່ສຳຄັນທີ່ສຸດແມ່ນການສ້າງຄວາມສາມາດໃຫ້ຜູ້ຜະລິດສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດດ້ວຍມາດຕະຖານສູງເຊັ່ນ: ກະສິກຳອິນຊີ (OA – Organic Agriculture) ເຊິ່ງ ຮັບປະກັນການຜະລິດທີ່ປອດສານເຄມີ, ກະສິກຳທີ່ດີ (GAP – Good Agricultural Practices) ຮັບປະກັນຂະບວນການຜະລິດທີ່ຖືກສຸຂະອະນາໄມ ແລະ ມີຄຸນນະພາບ, ການຄຸ້ມຄອງການຜະລິດທີ່ດີ (GMP – Good Manufacturing Practices) ເພື່ອຮັບປະກັນການຄວບຄຸມຄຸນນະພາບໃນທຸກຂັ້ນຕອນການຜະລິດ, ການວິເຄາະຈຸດວິເຄາະອັນຕະລາຍ ແລະ ຈຸດຄວບຄຸມທີ່ສຳຄັນ (HACCP – Hazard Analysis and Critical Control Points) ເຊິ່ງເປັນ ລະບົບຮັບປະກັນຄວາມປອດໄພຂອງອາຫານໂດຍການກຳນົດ ແລະ ຄວບຄຸມຄວາມສ່ຽງຕ່າງໆ.
ການລົງທຶນໃສ່ການຍົກລະດັບມາດຕະຖານເຫຼົ່ານີ້ຈະບໍ່ພຽງແຕ່ເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນກະສິກຳລາວໃນຕະຫຼາດພາກພື້ນ ແລະ ສາກົນເທົ່ານັ້ນ, ແຕ່ຍັງສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກກ່ຽວກັບຄຸນນະພາບ ແລະ ຄວາມປອດໄພຂອງອາຫານ. ນີ້ຄືບາດກ້າວສຳຄັນໃນການສ້າງພື້ນຖານກະສິກຳທີ່ເຂັ້ມແຂງ, ຍືນຍົງ ແລະ ຮັບຜິດຊອບຕໍ່ສິ່ງແວດລ້ອມ ຂອງ ສປປ ລາວ.