Vientiane Times Lao
ຄອນເສີດເປຍໂນ ເພື່ອລະດົມທຶນ ຖືກໂຈະເພື່ອປ້ອງກັນ COVID-19

ຄອນເສີດເປຍໂນ ເພື່ອລະດົມທຶນ ຖືກໂຈະເພື່ອປ້ອງກັນ COVID-19

ຄອນເສີດເປຍໂນ ຂອງນັກເປຍໂນຄົນຝຣັ່ງ ແຟຣງ ແປັຣກເຣ ທີ່ມີແຜນຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນເດືອນນີ້ ເພື່ອລະດົມທຶນໃຫ້ແກ່ໂຄງການນັກອອກແບບໜຸ່ມນ້ອຍ ຖືກໂຈະ ເພື່ອເປັນການປ້ອງກັນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).

ຜູ້ກໍ່ຕັ້ງໂຄງການລາວແຟຊັ້ນວິກ ປະທານໂຄງການນັກອອກແບບໜຸ່ມນ້ອຍຂອງລາວ ນາງ ປານີ ໄຊຍະວົງ ແຈ້ງໃຫ້ຮູ້ວ່າເນື່ອງຈາກມີການລະບາດຂອງພະຍາດ COVID-19 ຢູ່ຫຼາຍປະເທດ ແລະ ເພື່ອຫຼີກເວັ້ນຈາກການຕິດເຊື້ອດັ່ງກ່າວ ທາງຜູ້ຈັດງານຄອນເສີດເປຍໂນໄດ້ໂຈະການຈັດງານດັ່ງກ່າວຈາກກຳນົດເດີມທີ່ຕ້ອງຈັດໃນເດືອນນີ້ ເພື່ອລະດົມທຶນສະໝັບສະໜຸນໂຄງການນັກອອກແບບໜຸ່ມນ້ອຍຂອງລາວ ໄປຈັດໃນທ້າຍປີ.

ນັກເປຍໂນ ແຟຣງ ແປັຣກເຣ, ຜູ້ຕາງໜ້າໂຄງການນັກອອກແບບໜຸ່ມນ້ອຍ ແລະ ຄະນະຜູ້ຈັດງານຈະໄດ້ພົບປະກັບສື່ມວນຊົນຂອງລາວ ທີ່ໂຮງແຮມເສດຖາ ປາລາສ ໃນເວລາ 15 ໂມງ ຂອງມື້ອື່ນເພື່ອຖະແຫຼງຂ່າວກ່ຽວກັບຈຸດປະສົງ ແລະ ການກຳນົດວັນເວລາທີ່ແນ່ນອນໃນການຈັດງານຄອນດັ່ງກ່າວ.

ອີງຕາມ​ການລາຍງານຂອງອົງການອະນາໄມໂລກ (WHO) ນັບມາ​ຮອດເຊົ້າວັນອັງຄານ ມີຜູ້ເສຍຊີວິດເພີ່ມອີກ 203 ຄົນຈາກພະຍາດ COVID-19 ໃນທົ່ວໂລກ ຈາກຈໍານວນ​​ຕິດ​ເຊື້ອທັງໝົດ 113.702 ກໍລະນີ, ເຊິ່ງເປັນການເພີ່ມຂຶ້ນຂອງການຕິດເຊື້ອ 4.125 ຈາກມື້ກ່ອນ, ໃນນັ້ນມີຜູ້ຕິດເຊື້ອ ເພີ່ມໃໝ່ 4.105 ຄົນຢູ່ນອກປະເທດຈີນ.

ຂ່າວ: ສີສຸພັນ ອໍາພອນພົງ

Related Articles

Leave a Reply