Vientiane Times Lao
ຄອບຄົວ​​ທີ່ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​  ມີ 95%ໃນທົ່ວ​ປະ​ເທດ

ຄອບຄົວ​​ທີ່ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​ ມີ 95%ໃນທົ່ວ​ປະ​ເທດ

ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນນີ້, ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ແລ້ວ ຢູ່ເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ, ນະຄອນ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມເຖິງ 90 % ຂອງຈຳນວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95 % ຂອງຈຳນວນຄອບຄົວໃນທົ່ວປະເທດ.

ທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າແລ້ວທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ, ນອກນັ້ນຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 5 ແຫ່ງ, ໂຄງການພະລັງງານລົມ 4 ໂຄງການ.

ສຳລັບການສົ່ງອອກໄປຈຳໜ່າຍຕ່າງປະເທດສາມາດບັນລຸໄດ້ 6.457 ເມກາວັດໂດຍມີການສົ່ງອອກໄປປະເທດໄທ, ຫວຽດນາມ ແລະ ມຽນາ.

ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ ໃນກຸ່ມປະເທດອາຊຽນ ຊຶ່ງ ສປປ ລາວ ແມ່ນປະເທດ ທຳອິດທີ່ໄດ້ລິເລີ່ມ ສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດ ອາຊຽນ ຫຼື ການເຊື່ອມໂຍງກັບພາກພື້ນ. ປັດຈຸບັນ ໄດ້ສົ່ງອອກແລ້ວ ໂດຍຜ່ານປະເທດໄທ (ລາວໄທມາເລເຊຍ), ພ້ອມດຽວກັນນີ້ຍັງສືບຕໍ່ເຈລະຈາຊື້ຂາຍ ແລະ ເຊື່ອມໂຍງໄປຮອດປະເທດ ສິງກະໂປ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply