Vientiane Times Lao
ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ມອບເຄື່ອງປ້ອງກັນ ໂຄວິດ-19

ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ມອບເຄື່ອງປ້ອງກັນ ໂຄວິດ-19

ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ໄດ້ນຳເອົາອຸປະກອນການແພດ ເພື່ອປ້ອງກັນເຊື້ອພະຍາດໂຄວິດ-19 ມາມອບໃຫ້ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ປະກອບມີຜ້າອັດປາກ-ດັງ ຈຳນວນ 900.000 ອັນ ແລະ ຢາ ພື້ນເມືອງຈີນ ຈຳນວນ 860 ຊຸດ ລວມມູນຄ່າຫຼາຍກວ່າ 2 ລ້ານຢວນ.

ອຸປະກອນການແພດດັ່ງກ່າວ ຕ່າງໜ້າມອບໂດຍ ທ່ານ ​ຈ່ຽງ​ຈ້າຍ​ຕົ່ງ ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ ປະ​ຈຳ​ລາວ ໃນວັນທີ 27 ເມສາ 2020 ແລະ ຮັບໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ມາຈາກການປຸກລະດົມຈາກມູນນິທິຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໂດຍພາຍໃຕ້ການຊີ້ນຳຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈໄປຍັງພັກ, ລັດ ແລະ ປະຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ທີ່ຍາມໃດກໍເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອຢ່າງທັນການແກ່ ສປປ ລາວ. ພ້ອມກັນນີ້ ກໍ່ເຊື່ອໝັ້ນວ່າ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາ, ສອງປະເທດລາວ ແລະ ຈີນ ຈະພ້ອມກັນຮັບມື ແລະ ສາມາດເອົາຊະນະພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດ ຢູ່ໃນປັດຈຸບັນນີ້ໃຫ້ມີຜົນສຳເລັດ, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດຕ່າງໆ ໃຫ້ນັບມື້ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ທ່ານ ​ຈ່ຽງ​ຈ້າຍ​ຕົ່ງ ກໍໄດ້ເນັ້ນໜັກວ່າ ສປ ຈີນ ແລະ ສປປ ລາວ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ແລະ ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືືທີ່ດີ ແລະ ຍັງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ສປ ຈີນ ພ້ອມທີ່ຈະຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ເພື່ອພ້ອມ ກັນຮັບມື ແລະ ສາມາດເອົາຊະນະພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ໃນປັດຈຸບັນນີ້ໃຫ້ມີຜົນສໍາເລັດ, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ຈີນ-ລາວ ໃຫ້ນັບມື້ມີປະສິດທິຜົນ.

ຂ່າວ: ວຽງຈັນທາຍ

ພາບ: ສໍານັກຂ່າວສານປະເທດລາວ

Related Articles

Leave a Reply