ຄະນະສະເພາະກິດ ຢືນຢັນໃນໂອກາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 9 ເມສາ 2020 ວ່າ ຜູ້ຕິດເຊື້ອພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໃນຈໍານວນ 16 ຄົນນີ້, ຫຼາຍຄົນແມ່ນມີການຂັ້ນເບົາບາງ ແລະ ດີຂຶ້ນຕາມລໍາດັບ ພາຍຫຼັງໄດ້ຮັບການປິ່ນປົວຢູ່ໂຮງໝໍ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຊາບວ່າ ຈໍານວນ 13 ຄົນ ທີ່ເຂົ້າຮັບການປິ່ນປົວຢູ່ຕຶກແຍກປ່ຽວ ໂຮງໝໍມິດຕະພາບ ຢູ່ນະຄອນຫຼວງວຽງຈັນ ລວມທັງ 3 ຄົນທີ່ໄດ້ຮັບການປີ່ນປົວ ຢູ່ໂຮງໝໍ ແຂວງ ຫຼວງພະບາງ ແມ່ນບໍ່ໄດ້ໃຊ້ເຄື່ອງຟື້ນຟູຊີບ ປະຈຸບັນແມ່ນມີອາການດີຂຶ້ນເປັນລຳດັບ.
ມີພຽງ 1 ຄົນ ທີ່ເປັນຄົນຕ່າງປະເທດ ເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນິວ ກີເນຍ ເປັນພະນັກງານ ບໍລິສັດພູເບ້ຍ ມາຍນິງ, ເຊິ່ງເປັນຜູ້ທີ 11 ທີ່ຕິດເຊື້ອພະຍາດ ປະຈຸບັນໄດ້ຮັບການປີ່ນປົວຢູ່ໂຮງໝໍມິດຕະພາບ ຜູ້ກ່ຽວມີອາການຂັ້ນກາງ ແລະ ມີອາການໄອ, ຍັງຫາຍໃຈຝືດ ໄດ້ດົມອົກຊີເປັນປະຈໍາ.
ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ໃຫ້ສຳພາດໃນລາຍການຮ່ວມແຮງຮ່ວມໃຈຕ້ານໄພ COVID-19 ເມື່ອບໍ່ດົນມານີ້ວ່າ: ໂຮງໝໍມິດຕະພາບ ໄດ້ເລີ່ມຮັບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເຂົ້າມາປິ່ນປົວເລີ່ມ ແຕ່ວັນທີ 23 ມີນາ 2020 ເປັນຕົ້ນມາ ແລະ ອາການຂອງຄົນເຈັບທີ່ຮັບເຂົ້າມາແມ່ນນອນຢູ່ໃນກໍລະນີທີ່ເບົາບາງ ມີໄຂ້, ມີໄອ ຫາຍໃຈຝືດ ຈາກການຕິດ ຕາມການປິ່ນປົວທາງ ທີມແພດໝໍ ໄດ້ໃສ່ຢາປົວ ໂດຍສົມທົບກັບຄູ່ມືຂອງອົງການອະນາໄມໂລກ ແລະ ຄູ່ຮ່ວມ ພັດທະນາຕ່າງໆ ມີບາງຄົນກໍ່ຖືວ່າມີອາການເປັນປົກກະຕິ.
ສຳລັບການຕິດຕາມປິ່ນປົວ ແມ່ນນຳໃຊ້ທີມ ແພດຜັດປ່ຽນກັນອາທິດລະ 1 ຄະນະ ຫຼັງຈາກເຂົ້າປິ່ນປົວຄົນເຈັບແລ້ວ ແພດໝໍກໍໄດ້ຈໍາກັດບໍລິເວນຕົນເອງ 14 ວັນກ່ອນ ຈຶ່ງສາມາດກັບເຮືອນຂອງຕົນໄດ້.
ສ່ວນການປິ່ນປົວຄົນເຈັບທີ່ມີອາການເບົາບາງ ແມ່ນຕ້ອງໄດ້ປິ່ນປົວອີງໃສ່ຄູ່ມືຂອງອົງການອະນາໄມໂລກ ຕາມຫຼັກການແມ່ນປິ່ນປົວຕິດຕາມອາການ 10 ວັນ ຖ້າຄົນເຈັບບໍ່ມີອາການໄຂ້ຢ່າງໜ້ອຍ 72 ຊົ່ວໂມງ ແລະ ບໍ່ມີອາການໄອ ຫຼື ອາການປ່ຽນແປງອື່ນໆ ດີຂຶ້ນຈຶ່ງຈະເອົາຕົວຢ່າງໄປກວດເຊື້ອຄັ້ງທີ 1 ແລ້ວລໍຖ້າອີກ 24 ຊົ່ວໂມງ ແມ່ນຈະໄດ້ນຳເຊື້ອໄປກວດຄັ້ງທີ 2 ຖ້າຜົນກວດບໍ່ພົບເຊື້ອ ພວກເຮົາກໍ່ຈະເອົາຄົນເຈັບກັບບ້ານ.
ແຕ່ການກັບບ້ານນັ້ນ ກໍ່ໄດ້ມີຂໍ້ແນະນຳຄົນເຈັບ ອີງໃສ່ຄູ່ມືຕ້ອງໄດ້ໃຫ້ຄົນເຈັບປະຕິບັດການຮັກສາໂຕເອງ ກໍ່ຄືປະຕິບັດການແຍກປ່ຽວ ສືບຕໍ່ໃສ່ຜ້າອັດປາກ-ດັງ ແລະ ບໍ່ໃຫ້ພົວພັນກັບຄົນອື່ນໃນເວລາ 14 ວັນ ຈາກນັ້ນ ຄະນະແພດກໍ່ຈະຮ່ວມກັນປະເມີນວ່າ ຜູ້ກ່ຽວສາມາດພົວພັນກັບສັງຄົມ ແລະ ປະກອບການເຮັດວຽກໄດ້ຕາມປົກກະຕິ.
ຂ່າວ: ວຽງຈັນທາຍ
ພາຍ: ຄໍາພັນ