Vientiane Times Lao
ຄະນະສະເພາະກິດຢືນຢັນ ບໍ່ມີຜູ້ຕິດພະຍາດ COVID-19 ເພີ່ມ

ຄະນະສະເພາະກິດຢືນຢັນ ບໍ່ມີຜູ້ຕິດພະຍາດ COVID-19 ເພີ່ມ

ຂ່າວດີຈາກການລາຍງານຫຼ້າສຸດຂອງຄະນະສະເພາະກິດລະດັບຊາດເພື່ອການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ວ່າ ມາຮອດຕອນບ່າຍມື້ນີ້ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອ COVID-19 ເພີ່ມ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍມື້ນີ້: ໃນວັນທີ 26 ມີນາ 2020, ໄດ້ກວດວິເຄາະຫາເຊື້ຶອ 37 ກໍລະນີ ແລະ ບໍ່ມີຜູ້ຕິດເຊື້ອ. ມາຮອດປະຈຸບັນໄດ້ກວດວິເຄາະຫາເຊື້ອ ທັງໝົດ 218 ກໍລະນີ, ຈໍານວນຜູ້ຕິດເຊື້ອ ຍັງແມ່ນ 6 ຄົນ ເທົ່າເດີມ. ທີມງານລະບາດວິທະຍາໄດ້ສືບຕໍ່ລົງຄົ້ນຫາຜູ້ທີ່ສຳພັດໃກ້ຊິດ ທັງໝົດ ມີ 195 ຄົນ.

ການປິ່ນປົວຜູ້ຕິດເຊື້ອໃນຜ່ານມາ, 4 ຄົນ ຢູ່ໂຮງໝໍມິດຕະພາບ ແລະ 2 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງ ແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຕາມຫຼັກວິຊາການ.

ຄະນະສະເພາະກິດໄດ້ບັນທຶກຂໍ້ມູນບຸກຄົນຈໍານວນດັ່ງກ່າວ ພ້ອມທັງໃຫ້ຄໍາແນະນໍາປະຕິບັດມາດຕະການຈໍາກັດບໍລິເວນຢູ່ສະຖານທີີ່ພັກເຊົາຂອງ​ຕົນ​ເອງ ເປັນເວລາ 14 ວັນ ບໍ່ໃຫ້ໃກ້ຊິດກັບຄົນອືີ່ນ. ເມື່ອມີອາການຜິດປົກກະຕິແມ່ນໃຫ້ຕິດຕໍ່ຫາສາຍ​ດ່ວນ 166 ຫຼື 020 5406 6777 ເພື່ອຂໍຄໍາແນະນນໍາ.

ສໍາລັບຂໍ້ມູນການຖະແຫຼງຂ່າວໃນ ວັນທີ 26 ມີນາ 2020, ກ່ຽວກັບກໍລະນີຕິດເຊື້ອ ເພດຊາຍ ອາຍຸ 41 ປີ, ບ້ານ ຈຳປາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ເປັນຜູ້ສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ ຜູ້ທີ່ສາມ (ນັກທຸລະກິດ). ຫຼັງຈາກໄດ້ແຈ້ງອຳນາດການປົກຄອງ ເຫັນວ່າຜູ້ກ່ຽວ ໃຫ້ຂໍ້ມູນທີ່ຢູ່ອາໄສບໍ່ຖືກຕ້ອງ, ທີມງານໄດ້ປະສານໄປອີກເທື່ອໜຶ່ງຈິ່ງຮູ້ວ່າຜູ້ກ່ຽວ ແມ່ນອາໄສຢູ່ເຮືອນຫຼັງດຽວ ກັບກໍລະນີ ທີ່ສາມ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ.

ຄະນະສະເພາະກິດໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດເວລາ 5 ໂມງແລງ ຂອງວັນທີ 26 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ມີຜູ້ເດີນທາງເຂົ້າມາທັງໝົດ 9,005 ຄົນ, ຜ່ານສະໜາມບິນທັງໝົດ 58 ຄົນ, ຜ່ານດ່ານຊາຍແດນທັງໝົດ 8,947 ຄົນ, ຜ່ານດ່ານຊາຍແດນລາວ-ໄທ 8,103 ຄົນ, ການກວດອຸນຫະພູມ ຢູ່ຕາມດ່ານກວດຄົນເຂົ້າເມືອງພົບວ່າບໍ່ມີຄົນເປັນໄຂ້ ຈຶ່ງໄດ້ແນະນຳ ແລະ ຢາຍປຶ້ມຄູ່ມືໃນການປະຕິບັດການແຍກຕົນເອງຢູ່ປ່ຽວໃຫ້ຄົບ 14 ວັນ ຕາມແຈ້ງການຂອງຄະນະສະເພາະກິດທີ່ໄດ້ວາງອອກ.

ຂ່າວ: ວຽງຈັນທາ​ຍ

Related Articles

Leave a Reply