ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນມື້ນີ້ວ່າ ໃຫ້ທຸກຄົນຕິດຕາມແຫຼ່ງຂ່າວທາງການຂອງລັດຖະບານ ແລະ ຄະນະສະເພາະກິດ ເທົ່ານັ້ນ ກ່ຽວກັບການຍົກເລີກ ຫຼື ມາດຕະການຜ່ອນຜັນຕ່າງໆ ເພາະປະຈຸບັນມີສັງຄົມອອນລາຍຈໍານວນຫຼາຍໄດ້ອອກຂ່າວກ່ຽວກັບບັນຫານີ້.
ມາເຖິງປະຈຸບັນນີ້ 18 ວັນແລ້ວທີ່ບໍ່ມີລາຍງານການຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, ສະນັ້ນ ກ່ຽວກັບການຍົກເລີກ ແລະ ມາດຕະການຜ່ອນຜັນຕ່າງໆ ຫຼັງວັນທີ 3 ພຶດສະພາ 2020 ນັ້້ນ ຄະນະສະເພາະກິດ ແລະ ລັດຖະບານຈະມີແຈ້ງການອັນລະອຽດໃຫ້ຊາບວ່າມີມາດຕະການໃດແດ່ທີ່ຈະຜ່ອນຜັນ.
ຫຼ້າສຸດ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍ ອີກ 1 ຄົນມື້ນີ້ ເປັນຄົນສຸດທ້າຍຈາກທັງໝົດ 3 ຄົນ ທີ່ປີ່ນປົວຢູ່ໂຮງໝໍດັ່ງກ່າວ ໝາຍຄວາມວ່າມາຮອດປະຈຸບັນແມ່ນປີ່ນປົວຫາຍດີໝົດແລ້ວ, ຍັງພຽງແຕ່ 11 ຄົນ ທີ່ຍັງປີ່ນປົວຢູ່ໂຮງໝໍມິດຕະພາບ.
ຂ່າວ: ວຽງຈັັນທາຍ


