ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ປະຊຸມຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ແບບທາງໄກ ຊຶ່ງໄດ້ຈັດຂຶ້ນໃນວັນທີ 28 ເມສາ 2021 ຜ່ານມານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19.
ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຮັບຟັງການລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ຢູ່ແຕ່ລະແຂວງ ແລະ ການຈັດຕັ້ງປະຕິບັດ ບັນດາມາດຕະການ ຕາມຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ໂດຍສະເພາະ ດ້ານຂໍ້ສະດວກ ແລະ ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ, ສະພາບການຕິດຕາມຜູ້ສຳຜັດ-ໃກ້ຊິດ ກັບຜູ້ຕິດເຊື້ອ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ, ການກະກຽມຄວາມພ້ອມຮັບມືກັບການລະບາດ (ດ້ານບຸກຄະລາກອນ, ໂຮງໝໍ, ອຸປະກອນ…), ການນຳເຂົ້າ-ສົ່ງອອກສິນຄ້າ, ຈໍລະຈອນສິນຄ້າຢູ່ພາຍໃນ ລະຫວ່າງ ແຂວງ ກັບ ແຂວງ, ການປະສານງານ ລະຫວ່າງ ຄະນະສະເພາະກິດ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ກົນໄກຕິດຕາມ-ຊຸກຍູ້ ກວດກາການຈັດຕັ້ງປະຕິບັດວຽກງານ, ລວມທັງ ຂໍ້ສະເໜີ ຕໍ່ຄະນະສະເພາະກິດຂັ້ນສູນກາງ ກໍຄື ລັດຖະບານ ໂດຍສະເພາະ ອັນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ ມີຄວາມໂລ່ງລ່ຽນ, ວ່ອງໄວ, ທັນສະພາບການ ແລະ ມີປະສິດທິພາບ, ຕັດວົງຈອນການແຜ່ເຊື້ອ ໃຫ້ໄດ້ໄວທີ່ສຸດ.
ຜ່ານການປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ສະຫຼຸບສັງລວມ ເນື້ອໃນຂອງກອງປະຊຸມຄັ້ງນີ້ ໂດຍເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອັນລວມ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາມາດຕະການ ທີ່ໄດ້ກຳນົດໄວ້ ໃນນິຕິກຳຕ່າງໆ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ ແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ, ເດັດຂາດ ແລະ ເປັນເອກະພາບກັນສູງ; ອັນສະເພາະ, ໃຫ້ສືບຕໍ່ໂຄສະນາ ເຮັດວຽກງານແນວຄິດໃຫ້ປະຊາຊົນ ກໍຄືສັງຄົມ ໃຫ້ການຮ່ວມມື ຈັດຕັ້ງປະຕິບັດ ບັນດາມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ໃຫ້ໄດ້ຮັບຜົນດີ; ໃຫ້ຄົ້ນຄວ້າກຳນົດມາດຕະການເພີ່ມເຕີມ (ຖ້າຈຳເປັນ) ໂດຍອີງໃສ່ຄຳສັ່ງ ສະບັບເລກທີ 15/ນຍ ແລະ ສະພາບການລະບາດຕົວຈິງ ຂອງທ້ອງຖິ່ນຕົນ, ພ້ອມທັງ ຖອດຖອນການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະໄລຍະ ເປັນບົດຮຽນ, ໃຫ້ຮີບຮ້ອນເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອ ເພື່ອຊອກຫາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອພະຍາດ ແລະ ສີດຢາຂ້າເຊື້ອຢູ່ສະຖານທີ່ນັ້ນໆ, ໃຫ້ສຸມໃສ່ເບິ່ງແຍງ ແລະ ປິ່ນປົວຜູ້ຕິດເຊື້ອ ໃຫ້ຫາຍດີເປັນປົກກະຕິ, ໃຫ້ສືບຕໍ່ກວດກາ ລາດຕະເວນ ຕາມຊາຍແດນ ຢ່າງເຂັ້ມງວດ, ເດັດຂາດ ຕໍ່ກໍລະນີເຂົ້າເມືອງແບບຜິດກົດໝາຍ, ຖ້າມີຢູ່ທ້ອງຖິ່ນໃດ ໃຫ້ທ້ອງຖິ່ນນັ້ນຮັບຜິດຊອບດຳເນີນການແກ້ໄຂ, ໃຫ້ແຕ່ລະທ້ອງຖິ່ນ ລົງກວດກາສະຖານທີ່ ທີ່ຖືກສັ່ງປິດຊົ່ວຄາວ, ຊຶ່ງເດັດຂາດ ບໍ່ໃຫ້ມີການລັກລອບເປີດຈົນກວ່າຈະມີການອະນຸຍາດ; ໃຫ້ສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນຍິ່ງດີ; ໃຫ້ສືບຕໍ່ກະກຽມຮອບດ້ານ ເປັນຕົ້ນ ສະຖານທີ່ແຍກປ່ຽວ ແລະ ປິ່ນປົວຜູ້ຕິດເຊື້ອ, ອຸປະກອນຮັບໃຊ້ຕ່າງໆ, ບຸກຄະລາກອນ ແລະ ອື່ນໆ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.


