Vientiane Times Lao
ຄະ​ນະ​ຊ່ຽວ​ຊານ​ການ​ແພດ​ຈີນ 25 ທ່ານ ທີ່​ມາ​ຊ່ວຍ​​ຕ້ານ​ພະ​ຍາດ ​ໂຄວິດ-19 ຢູລາວກັບ​ຄືນ​ປະ​ເທດ​ ແລ້ວ

ຄະ​ນະ​ຊ່ຽວ​ຊານ​ການ​ແພດ​ຈີນ 25 ທ່ານ ທີ່​ມາ​ຊ່ວຍ​​ຕ້ານ​ພະ​ຍາດ ​ໂຄວິດ-19 ຢູລາວກັບ​ຄືນ​ປະ​ເທດ​ ແລ້ວ

ຄະນະຊ່ຽວຊານການແພດ ສປ ຈີນ ທີ່​ມາຊ່ວຍເຫຼືອ ສປປ ລາວ ​ໃນ​ການຕ້ານພະຍາດໂຄວິດ-19  ໄດ້ສໍາເລັດໜ້າທີ່ ແລະ ເດີນທາງກັບຄືນປະເທດ ແລ້ວ​ເມື່ອວັນ​ທີ 18 ພຶດ​ສະ​ພາ 2021 ທີ່​ຜ່ານ​ມາໂດຍມີ ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຄະນະອອກສົ່ງທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.
ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະ ອື່ນໆ ໄດ້​ໃຊ້ເວລາ 2 ອາທິດ ທີ່ປະຕິບັດໜ້າທີ່ຢູ່ລາວ, ທິມງານດັ່ງກ່າວໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ, ໂຮງໝໍພາກສະໜາມ, ຫ້ອງທົດລອງກວດພະຍາດ, ສະຖານທີ່ສັກຢາວັກຊິນ, ສະຖານທີ່ຈໍາກັດບໍລິເວນ ແລະອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກປ່ຽນຄໍາເຫັນທາງດ້ານວິຊາການ ກັບພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ຝຶກອົບຮົມວິຊາສະເພາະໃຫ້ແກ່ບຸກຄະລາກອນດ້ານການແພດ, ສາທາລະນະສຸກ ແລະ ຂະແໜງທີ່ກ່ຽວຂ້ອງຫຼາຍກວ່າ 20 ຄັ້ງ, ເປັນຕົ້ນແມ່ນການ ຄວບຄຸມ ການລະບາດຢູ່ໂຮງໝໍ, ການຈໍາແນກຄົນເຈັບອາການໜັກ ແລະ ອື່ນໆ.

ຂໍ້​ມູນ-ພາບ: CRI

Related Articles

Leave a Reply