ແຂວງຄໍາມ່ວນເປັນແຂວງທີ່ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເຖິງ 210 ແຫ່ງໃນນີ້ມີແຫຼ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 33 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 32 ແຫ່ງ ແຕ່ມີພຽງ 25 ແຫ່ງທີ່ຖືກພັດທະນາ ບໍລິການນັກທ່ອງທ່ຽວ.
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ
ແຂວງເມື່ອບໍ່ດົນມານີ້ວ່າ:ດ້ານວຽກງານການທ່ອງທ່ຽວແຂວງໄດ້ກໍານົດວຽກບໍລິການທ່ອງທ່ຽວເປັນທ່າແຮງໃນການພັດທະນາແຂວງຄໍາມ່ວນໂດຍເອົາໃຈໃສ່ພັດທະນາບັນດາແຫຼ່ງທ່ອງທ່ຽວຕ່າງໆ ເຖິງແມ່ນວ່າທົ່ວແຂວງໄດ້ມີແຫຼ່ງທ່ອງທ່ຽວຫຼາຍກ່ວາ 200 ແຫ່ງແຕ່ມີການພັດທະນາເປີດໃຊ້ບໍລິການແຕ່ 25 ແຫ່ງເທົ່ານັ້ນ.
ທ່ານ ວັນໄຊ ກ່າວຕື່ມວ່າ: ແຕ່ລະປີມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາທ່ຽວນັບມື້ ນັບເພີ່ມຂຶ້ນ, ໃນ 5 ປີ ຜ່ານມາ ບັນລຸໄດ້ 3 ລ້ານກວ່າຄົນ, ສະເພາະປີ 2025 ມີນັກທ່ອງທ່ຽວເຂົ້າມາແລ້ວຫຼາຍກວ່າ 1 ລ້ານ ຄົນ, ສ້າງລາຍຮັບໄດ້ 100 ກວ່າຕື້ກີບ, ສິ່ງສໍາຄັນ ແລະ ເປັນຄວາມພູມໃຈເອກອ້າງ ແຂວງຄໍາມ່ວນ ກໍຄືປະຊາຊົນບັນດາເຜົ່າໃນທົ່ວປະເທດ ແມ່ນອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເຂົ້າເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ ເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທໍາມະຊາດ ຮ່ວມຊາຍແດນຟອງຍາ-ແກບາງ ໃນວັນທີ 13 ກໍລະກົດ 2025.
ແຫຼ່ງຂໍ້ມູນ: ຂປລ


