Vientiane Times Lao
ຄົນຂັບລົດບັນທຸກຂົນຢາບ້າ 12,742,000 ເມັດສຸດທ້າຍໄປບໍ່ລອດ

ຄົນຂັບລົດບັນທຸກຂົນຢາບ້າ 12,742,000 ເມັດສຸດທ້າຍໄປບໍ່ລອດ

ເຈົ້າໜ້າທີ່ປະຈໍາຢູ່ຈຸດກວດກາສາມແຍກບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ ໄດ້ກັກຕົວ ທ້າວ ຄົວ ຢາງ ອາຍຸ 28 ປີ ອາຊີບປະຊາຊົນ ເຊື້ອຊາດລາວ ສັນຊາດລາວ ເຜົ່າມົ້ງ ຢູ່ບ້ານ ຫ້ວຍດິນຈີ່ ເມືອງ ປາກທາ ແຂວງ ບໍ່ແກ້ວ ເມື່ອວັນທີ 10 ກັນຍາ 2025 ພ້ອມຂອງກາງຢາບ້າທີ່ຊຸກເຊື່ອງໄວ້ໃນລົດບັນທຸກຈໍານວນ 64 ເປົາ, ເທົ່າກັບ 12,742,000 ເມັດ (ສິບສອງລ້ານເຈັດແສນສີ່ໝື່ນສອງພັນເມັດ) ພ້ອມຢຶດລົດບັນທຸກສິບສອງລໍ້ບໍ່ມີປ້າຍທະບຽນ, ຍີ່ຫໍ້ເຈຟານ, ສີນໍ້າຕານ 1 ຄັນ ແລະ ໂທລະສັບມືຖື 02 ເຄື່ອງ.

ກ່ອນຈະກັກຕົວທ້າວ ຄົວ ຢາງ ຄືໃນວັນທີ 10 ກັນຍາ 2025 ເວລາປະມານ 6:30 ນາທີ ເຈົ້າໜ້າທີ່ປະຈໍາຢູ່ຈຸດກວດກາສາມແຍກບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ ໄດ້ພົບເຫັນລົດບັນທຸກດັ່ງກ່າວມຸ່ງໜ້າມາແຕ່ເມືອງປາກທາ ແຂວງບໍ່ແກ້ວ ມາຮອດຈຸດກວດກາທາງເຈົ້າໜ້າທີ່ຈຶ່ງໄດ້ສົ່ງສັນຍານໃຫ້ຈອດລົດເພື່ອ ກວດກາແຕ່ລົດຄັນດັ່ງກ່າວ ບໍ່ໃຫ້ຄວາມຮ່ວມມື ແລະ ໄດ້ຂັບຜ່ານເຂົ້າມາທາງເມືອງຄອບ, ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຈັກໄລ່ ແລະ ໄດ້ພົບເຫັນລົດຄັນດັ່ງກ່າວຈອດຢູ່ຈຸດສາມແຍກບ້ານມ່ວງດອນມູນ ເມືອງຄອບ ແຂວງໄຊຍະບູລີ. ພາຍຫຼັງທີ່ເຈົ້າໜ້າທີ່ໄປຮອດ ຜູ້ກ່ຽວແມ່ນໄດ້ໂດດລົງຈາກລົດ ແລ້ວເອົາຕົວຫຼົບໜີເຂົ້າປ່າຊ້າ ບ້ານມ່ວງດອນມູນ ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຄອບ ຈຶ່ງໄດ້ ໄລ່ຊອກຫາຈົນຮອດ ເວລາ 13:40 ນາທີ ຈຶ່ງກັກຕົວຜູ້ດ່ຽວໄດ້.

ຜ່ານການສືບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ ເຫັນວ່າລົດບັນທຸກຄັນດັ່ງກ່າວແມ່ນຂົນສົ່ງຢາບ້າມາແຕ່ແຂວງບໍ່ແກ້ວຈະໄປສົ່ງໃຫ້ລູກຄ້າທີ່ຢູ່ນະຄອນຫຼວງວຽງຈັນ.

ທີ່ມາ: ຂ່າວເມືອງຄອບ

Related Articles

Leave a Reply