Vientiane Times Lao
ຄົນຮ້າຍຍິງເຈົ້າໜ້າທີ່ຕໍາຫຼວດເສຍຊີວິດ ທີ່ເມືອງຫ້ວຍຊາຍ

ຄົນຮ້າຍຍິງເຈົ້າໜ້າທີ່ຕໍາຫຼວດເສຍຊີວິດ ທີ່ເມືອງຫ້ວຍຊາຍ

 ເກີດເຫດຄົນຮ້າຍລັກລອບຍິງເຈົ້າໜ້າທີ່ຕໍາຫຼວດ ໃນຂະນະທີ່ກໍາລັງໄປຮັບລູກຢູ່ບໍລິເວນໂຮງຮຽນສູນດຼີມ ເຮັດໃຫ້ເສຍຊີວິດ ແລະ ມີນັກຮຽນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ.

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃນເບື້ອງຕົ້ນໃຫ້ຮູ້ວ່າ: ໃນວັນທີ 17 ພະຈິກ 2025 ເວລາ 16:15 ໂມງ ໄດ້ຮັບແຈ້ງວ່າມີເຫດການຄາດຕະກຳເກີດຂຶ້ນຢູ່ໂຮງຮຽນສູນດຼີມ ບ້ານໃຫຍ່ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຈາກນັ້ນ, ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງສາມາດຮູ້ໄດ້ວ່າ: ວັນທີ 17 ພະຈິກ 2025 ເວລາປະມານ 16:10 ໂມງ, ພັທ ສົມພັນ ຈັນທະວົງ ອາຍຸ 47 ປີ, ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ຢູ່ບ້ານໃຫຍ່ນໍ້າເກິ້ງເກົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ເຂົ້າໄປຮັບລູກຊາຍ ຢູ່ໂຮງຮຽນສູນດຼີມ. ເວລານັ້ນ, ໃນຂະນະທີ່ຍ່າງອອກມາຈາກໂຮງຮຽນ ໄດ້ມີຄົນຮ້າຍ ຈໍານວນ 1 ຄົນ ບໍ່ຮູ້ຊື່ ສວມໝວກກັນກະທົບສີຂາວ ຍ່າງເຂົ້າໄປຫາ ແລ້ວໃຊ້ປືນສັ້ນບໍ່ຮູ້ຊະນິດ ຍິງໃສ່ທາງດ້ານຫຼັງຈໍານວນຫຼາຍນັດ ເຮັດໃຫ້ຜູ້ກ່ຽວ ລົ້ມລົງກັບທີ່. ພາຍຫຼັງກໍ່ເຫດ, ຄົນຮ້າຍໄດ້ແລ່ນອອກມາ ແລ້ວຂັບຂີ່ລົດ ຈັກ ຍີ່ຫໍ້ເວບ 110 ໄອ ສີດໍາ-ແດງ ບໍ່ມີປ້າຍທະບຽນ ຫຼົບໜີໄປ, ສ່ວນຜູ້ໄດ້ຮັບບາດເຈັບແມ່ນໄດ້ຖືກນໍາສົ່ງໂຮງໝໍແຂວງບໍ່ແກ້ວ ແລະ ເສຍຊີວິດໃນເວລາຕໍ່ມາ.

ການກໍ່ເຫດການດັ່ງກ່າວ, ຍັງເຮັດໃຫ້ນັກຮຽນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ ເຊິ່ງເປັນເພດຊາຍ ໂດຍຖືກສະເກັດລູກປືນ ເຂົ້າບໍລິເວນບີແຄ່ງເບື້ອງຊ້າຍ 1 ຈຸດ. ຜ່ານການເກັບກຳຂໍ້ມູນຢູ່ສະຖານທີ່ເກີດເຫດພົບເຫັນກະສອບລູກປືນຂະໜາດ 9 ມມ ຕົກຢູ່ສະຖານທີ່ເກີດເຫດ 8 ກະ ສອບ.

ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ແລະ ນຳຈັບຜູ້ກໍ່ເຫດມາລົງໂທດຕາມກົດໝາຍ.

ທີ່ມາຂ່າວ: ກົມສື່ມວນຊົນ ປກສ

Related Articles

Leave a Reply