Vientiane Times Lao
ຄ່າຢູ່, ຄ່າກິນ ແລະ ຄ່ານອນຜູ້ຖືກຈໍາກັດບໍລິເວນຂອງລັດແມ່ນຟຣີ

ຄ່າຢູ່, ຄ່າກິນ ແລະ ຄ່ານອນຜູ້ຖືກຈໍາກັດບໍລິເວນຂອງລັດແມ່ນຟຣີ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ລັດຖະບານລາວຍັງໃຊ້ 43 ສູນຈໍາກັດບໍລິເວນໃນຂອບເຂດທົ່ວປະເທດ ສໍາລັບກຸ່ມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ ໂດຍມີຄົນລາວທີ່ເປັນກຸ່ມສ່ຽງໃນການຈະຕິດເຊື້ອຈາກຜູ້ຕິດເຊື້ອເກົ່າໃນຊຸມຊົນ, ເປັນແຮງງານລາວທີ່ກັບຄືນມາປະເທດ ແລະ ລວມທັງຄົນຕ່າງປະເທດທີ່ເຂົ້າມາ ສປປ ລາວ ເມື່ອເຂົ້າມາສູນທີ່ທາງລັດຖະບານກໍານົດໃຫ້ນັ້ນ ຕະຫຼອດ 14 ວັນທີ່ຖືກຈໍາກັດບໍລິເວນທຸກໆຢ່າງແມ່ນຟຣີ ເຊັ່ນ: ຄ່າກິນ, ຄ່າຢູ່, ຄ່ານອນ, ຄ່າກວດເຊັກສຸຂະພາບໃນແຕ່ລະວັນ ແລະ ຄ່າອື່ນໆ.

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ແຕ່ກົງກັນຂ້າມສໍາລັບຄົນລາວ ແລະ ຄົນຕ່າງປະເທດທີ່ມີເງື່ອນໄຂ ເມື່ອຜູ້ຖືກຈໍາກັດບໍລິເວນບໍ່ຕ້ອງການໄປຢູ່ສູນຈໍາກັດບໍລິເວນທີ່ທາງລັດຖະບານມອບໃຫ້ສາມາດໄປຈໍາກັດບໍລິເວນຢູ່ໂຮງແຮມໃດໜຶ່ງທີ່ທາງຄະນະສະເພາະກິດກໍານົດໃຫ້ໄດ້ແຕ່ຕ້ອງໄດ້ຈ່າຍຄ່າຫ້ອງ, ຄ່າຢູ່, ຄ່ານອນ ແລະ ຄ່າອື່ນໆເອງທັງໝົດ.

Related Articles

Leave a Reply