ພາກສ່ວນກ່ຽວຂ້ອງລົດເມສາຍດ່ວນ BRT ໄດ້ອອກແຈ້ງການເມື່ອມໍ່ໆມານີ້ກ່ຽວກັບລາຄາຄ່າໂດຍສານໂດຍເລີ່ມຕົ້ນພຽງ 3,500 ກີບ.
ຕົວຢ່າງ 3 ເສັ້ນທາງດັ່ງລຸ່ມນີ້:
1/ BRT (A) : ຄິວລົດເມສາຍເໜືອ-ສວນເຈົ້າຟ້າງຸ່ມ ລາຄາ 8,000 ກີບ; ສວນເຈົ້າຟ້າງຸ່ມ-ປະຕູໄຊ ລາຄາ 3,500 ກີບ; ປະຕູໄຊ-ສູນການຄ້າລາວ-ໄອເຕັກ ລາຄາ 8,000 ກີບ.
2/ BRT (B): ຕາດທອງ-ສວນເຈົ້າຟ້າງຸ່ມ ລາຄາ 8,000 ກີບ; ສວນເຈົ້າຟ້າງຸ່ມ-450 ປີ ລາຄາ 3,500 ກີບ; 450 ປີ-ທ່າງອນ ລາຄາ 8,000 ກີບ
3/ BRT (D): ສວນເຈົ້າຟ້າງຸ່ມ-ຕະຫຼາດເຊົ້າ-ປະຕູໄຊ-ດົງໂດກ (ມຊ) ລາຄາ 3,500 ກີບ ແລະ ເສັ້ນອື່ນໆ.