Vientiane Times Lao
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ແຂວງຄໍາມ່ວນ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 47 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.

ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ກ່າວໃນກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານກິລາຄັ້ງນີ້, ເມື່ອບໍ່ດົນມານີ້ ທີ່ແຂວງຄໍາມ່ວນ ວ່າ: ງານມະຫາກຳກິລາແກ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ແລະ 1 ກິລາສາທິດ ຮ່ວມແຂ່ງຂັນ ແຕ່ແຂວງຄໍາມ່ວນ  ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 27 ປະເພດກິລາ: ແລ່ນ-ລານ, ບານເຕະ, ບານສົ່ງ, ກະຕໍ້, ປິ່ງປ່ອງ, ເປຕັງ, ດອກປີກໄກ່, ຍິງປືນ, ເທຄວັນໂດ, ຄາຣາເຕໂດ, ມວຍລາວ, ມວຍສາກົນ, ລົດຖີບ, ກັອບ, ມວຍປໍ້າ, ຢູໂດ, ວູຊູ, ປັນຈະສີລັດ, ຍິງທະນູ, ເຮືອຊ່ວງ, ສະນຸກເກີ້, ຍົກນໍ້າໜັກ, ດຶງເຊືອກ, ລອຍນໍ້າ, ອີ-ສະປອດ, ຊັອບເທັນນິດ ແລະ ກິລາເຕັ້ນ, ຊຶ່ງປະຈຸບັນ ນັກກິລາແຕ່ລະປະເພດດັ່ງກ່າວ ແມ່ນກໍາລັງຝຶກຊ້ອມ ໃຫ້ມີຄວາມພ້ອມເພື່ອຮັບປະກັນເຂົ້າຮ່ວມໃຫ້ໄດ້ຕາມແຜນການ ແລະ ຍາດໄດ້ຫຼຽນຕາມເປົ້າໝາຍທີ່ວາງໄວ້.

ສໍາລັບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ແຂວງຄໍາມ່ວນ ໄດ້ອັນດັບທີ 4 ຍາດໄດ້ 36 ຫຼຽນຄຳ, 26 ຫຼຽນເງິນ ແລະ 47 ຫຼຽນທອງ ລວມ 109 ຫຼຽນ, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ຍາດມາໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.

Related Articles

Leave a Reply