Vientiane Times Lao
ງານກິລາແຫ່ງຊາດຄັ້ງທີ 11 ຈະເລື່ອນການຈັດເພື່ອປ້ອງກັນພະຍາດໂຄວິດ-19

ງານກິລາແຫ່ງຊາດຄັ້ງທີ 11 ຈະເລື່ອນການຈັດເພື່ອປ້ອງກັນພະຍາດໂຄວິດ-19

ງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ມີກໍານົດຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ ວັນທີ 1 ເມສາ 2020 ທີ່ແຂວງຊຽງຂວາງ ອາດຈະເລື່ອນໄປໂດຍບໍ່ມີກໍານົດ.

ອີງຕາມແຫຼ່ງຂ່າວຈາກທີມຂ່າວໜັງສືພິມ ສຶກສາ-ກິລາ ທີ່ລາຍງານໂດຍ “ຄົນຂ້າງສະໜາມ” ໃນມື້ນີ້ວ່າ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຢືນຢັນໃນມື້ວັນທີ 29 ກຸມພາ ກ່ຽວກັບການເລື່ອນການຈັດງານກິລາແຫ່ງຊາດ.

ແຫຼ່ງຂ່າວໄດ້ລາຍງານວ່າ: ລັດຖະບານອາດຈະເລື່ອນການຈັດງານກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ອອກໄປ ແບບບໍ່ມີກຳນົດ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19. ປະຈຸບັນ, ສະພາບການ ແຜ່ລະບາດຂອງພະຍາດດັ່ງກ່າວຢູ່ບັນດາປະ ເທດຕ່າງໆໃນທົ່ວໂລກ.

ທ່ານ ນາງ ແສງເດືອນ ໄດ້ໃຫ້ສຳພາດສື່ມວນຊົນ ມື້ເຊົ້ານີ້ ໃນກອງປະຊຸມສະໄໝວິສາມັນຂອງສະຫະພັນບານເຕະແຫ່ງຊາດລາວ ໂດຍ ທ່ານໄດ້ຢືນຢັນວ່າ ຄະນະຮັບຜິດຊອບຈັດງານກິລາແຫ່ງຊາດ ໄດ້ຄົ້ນຄວ້າກັນແລ້ວເຫັນວ່າສະພາບການລະບາດຂອງພະຍາດຍັງມີຄວາມຮຸນແຮງ ແລະ ອີງຕາມການແນະນຳຂອງກະຊວງສາທາລະນະສຸກ ກໍ່ຄືຄະນະຮັບຜິດຊອບສະເພາະກິດກ່ຽວກັບການແກ້ໄຂພະຍາດໂຄວີດ-19 ທີ່ເຫັນວ່າ ທົ່ວໂລກກຳລັງປະສົບກັບການແຜ່ລະບາດຂອງພະຍາດດັ່ງກ່າວ.

ທ່ານ ນາງ ແສງເດືອນ ກ່າວຕື່ມວ່າ ສຳລັບແຈ້ງ ການຢ່າງເປັນທາງການຈະອອກມາໃນໄວໆນີ້.

ອີງຕາມໜັງສືພິມປະຊາຊົນລາຍວັນຈີນລາຍງານ ຫຼ້າສຸດ ມາຮອດເວລາ 24 ໂມງ ຂອງວັນທີ 28 ກຸມພາ, 31 ເຂດແຂວງໃນທົ່ວປະເທດຈີນ ມີຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ເພີ່ມຂຶ້ນ 427 ກໍລະນີ, ມີຜູ້ຕິດເຊື້ອພະຍາດຢູ່ນອກແຂວງຫູເປີຍເພີ່ມຂຶ້ນ 4 ກໍລະນີ, ມີຜູ້ຕິດເຊື້ອທັງໝົດ 79,251 ກໍລະນີ. ປະຈຸບັນສົງໄສຕິດເຊື້ອພະຍາດ 1,418 ກໍລະນີ, ປິ່ນປົວດີແລ້ວ 39,002 ຄົນ ແລະ ເສຍຊີວິດແລ້ວ 2,835 ຄົນ.

ຂ່າວ: ວຽງຈັນທາຍ

ພາບ: ອ້ວນດຳ (ໜັງສືພິມ ສຶກສາ-ກິລາ)

Related Articles

Leave a Reply