Vientiane Times Lao
ງານຕະຫຼາດນັດກະສິກໍາປະຈຳປີ ມີພືດພັນຫຼາຍຢ່າງໜ້າສົນໃຈ

ງານຕະຫຼາດນັດກະສິກໍາປະຈຳປີ ມີພືດພັນຫຼາຍຢ່າງໜ້າສົນໃຈ

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ຈັດງານຕະຫຼາດນັດກະສິກໍາສະອາດ ແລະ ຈໍາໜ່າຍເບ້ຍໄມ້ ປະຈໍາປີ 2020 ໂດຍເລີ່ມແຕ່ວັນທີ 27 ພຶດສະພາ ຫາ ວັນທີ 4 ມິຖຸນາ 2020.

ງານຕະຫຼາດນັດກະສິກໍາສະອາດດັ່ງກ່າວຈັດຂຶ້ນ ທີ່ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ເຊິ່ງແມ່ນກິດຈະກໍາໜຶ່ງເພື່ອໂຄສະນາໃຫ້ແກ່ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ພາຍໃຕ້ຄໍາຂວັນ “ການປູກຕົ້ນໄມ້ ແມ່ນພັນທະ ແລະ ໜ້າທີ່ຂອງປວງຊົນລາວທັງຊາດ ແລະ ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ອຸດົມສົມບູນຕະຫຼອດໄປ”.

ພາຍໃນງານມີການວາງສະແດງເບ້ຍໄມ້ຕ່າງໆ ນອກນັ້ນຍັງມີການຈໍາໜ່າຍ ເຂົ້າ, ຜັກ, ໝາກໄມ້ອິນຊີ, ສິນຄ້າກະສິກໍາທີ່ດີ, ະລິດຕະພັນໜຶ່ງບ້ານໜຶ່ະລິດຕະພັນ, ະລິດຕະພັນປຸງແຕ່ງ, ຊີ້ນ, ປາ, ໄຂ່ໄກ່-ເປັດ, ເບ້ຍໄມ້ດອກປະດັບ, ເບ້ຍໄມ້ໃຫ້ໝາກ ແລະ ະລິດຕະພັນກະສິກໍາອື່ນໆ.

ຜະລິດຕະພັນກະສິກໍາສະອາດ ແລະ ຈໍາໜ່າຍເບ້ຍໄມ້ ທີ່ມາວາງສະແດງ ແລະ ວາງຂາຍໃນງານມີ 100 ກວ່າຮ້ານເຂົ້າຮ່ວມ ໂດຍມາຈາກ 4 ກຸ່ມ: ຜະລິດເບ້ຍໄມ້, ກະສິກໍາສະອາດ, ຜະລິດຕະພັນໜຶ່ງບ້ານ ໝຶ່ງຜະລິດຕະພັນ ແລະ ກຸ່ມຜະລິດຊີ້ນ-ປາ.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply