ສປປ ລາວ ຈະເປັນເຈົ້າພາບ ງານບຸນການສະແດງ ລະຄອນໄວໜຸ່ມ ອາຊຽນ ປີ 2025 (Asian Youth Theatre Festival – AYTF).
ງານດັ່ງກ່າວຈະຈັດຂື້ນໃນລະຫວ່າງວັນທີ 4-8 ທັນວາ 2025 ທີ່ ວິທະຍາໄລສິລະປະແຫ່ງຊາດ ແລະ ກໍຈະເປັນຄັ້ງທຳອິດທີ່ຊາວໜຸ່ມລາວຈະໄດ້ເຂົ້າຮ່ວມສະແດງ ແລະ ກຳລັງເປີດຮັບສະໝັກເພື່ອຄັດເລືອກ
ເປັນ ຕົວແທນຂອງຊາວໜຸ່ມລາວ, ເລີ່ມເປີດໃຫ້ສະໝັກແຕ່ວັນທີ 1 ຕຸລາ 2025 ແລະ ປິດຮັບສະໝັກ ວັນທີ 10 ພະຈິກ 2025.
ເງື່ອນໄຂ ອາຍຸ ແຕ່ 12-23 ປີ, ບໍ່ຈຳກັດເພດ, ເຊີ່ງຜົນການແຂ່ງຂັນຫາກທິມໃດ ໄດ້ຊະນະເລີດຈະໄດ້ຮັບເງິນສົດ 40 ລ້ານກີບ ແລະ ໄດ້ເຂົ້າຮ່ວມງານບຸນການສະແດງລະຄອນໄວໜຸ່ມອາຊຽນ 2025.
ໃນວັນທີ 20 ຕຸລາ 2025, ທ່ານ ລັດຕະນະກອນ ອິນສີຊຽງໃໝ່ ຫົວໜ້າບໍລິສັດເຂົ້າໜຽວ ການສະແດງ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າ ພະແນກວັດທະນະທຳ ແລະ. ການທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ໄດ້ເຂົ້າຮ່ວມຖະແຫຼງຂ່າວງານບຸນການສະແດງ ລະຄອນໄວໜຸ່ມ ອາຊຽນ 2025.
ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ກໍຄືແຜນພັດທະນາວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວທີ່ໄດ້ວາງອອກ.
ທັງເປັນການສືບຕໍ່ການພົວພັນຮ່ວມມືກັບບັນດາປະເທດໃນຂົງເຂດພາກພື້ນ ແລະ ສາກົນ, ເພື່ອການແລກປ່ຽນ ແລະ ຮຽນຮູ້ ເຕັກນິກ, ວິທະຍາສາດທີ່ທັນສະໄໝ ແລະ ການຮຽນ-ການສອນ, ເພື່ອພັດທະນາຂົງເຂດສິລະປະການສະແດງຂອງລາວເຮົາໃຫ້ນັບມື້ນັບພັດທະນາໃຫ້ທຽບທັນສາກົນ, ພ້ອມທັງເສີມຂະຫຍາຍ ສົ່ງເສີມວຽກງານ ການຮຽນ-ການສອນ ທາງດ້ານການສະແດງລະຄອນເວທີ.
ເພື່ອເຮັດໃຫ້ນັກຮຽນ, ນັກສຶກສາໄດ້ຮັບຮູ້ບົດຮຽນອັນໃໝ່ ໃນການສ້າງສັນບົດລະຄອນເຮັດໃຫ້ໄວໝຸ່ມພວກເຮົາ ຫ່າງໄກຈາກສິ່ງເສບຕິດ ແລະ ໄດ້ຮັບຮູ້ເຖິງຄວາມຫຼາກຫຫຼາຍຂອງສິດທິເດັກ, ສິດທິມະນຸດ ແລະ ໄວໜຸ່ມກໍຈະໄດ້ຮຽນຮູ້ວິທີການຂຽນບົດລະຄອນເລື່ອງສັ້ນ, ເລື່ອງຍາວ ຮູ້ນໍາໃຊ້ ແສງສີສຽງ, ດົນຕີປະກອບໃນບົດລະຄອນ ແລະ ດ້ານອື່ນໆ.
ງານບຸນການສະແດງລະຄອນໄວໜຸ່ມອາຊຽນຄັ້ງນີ້ ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 04-08 ທັນວາ ປີ 2025, ທີ່ວິທະຍາໄລສິລະປະແຫ່ງຊາດ ເຊິ່ງຈະມີ ນັກສະແດງເຂົ້າຮ່ວມທັງໝົດ ຈຳນວນ 30 ທີມ ທີ່ມາຈາກບັນດາປະເທດໃນອາຊຽນ, ປະເທດຍີປຸ່ນ, ເນປານ ແລະ ສິລັງກາ, ຈໍານວນຫຼາຍກ່ວາ 150 ຄົນ.
ນອກນີ້ກໍຍັງມີບັນດານັກສະແດງໜຸ່ມ, ນັກຮຽນ-ນັກສຶກສາ ຄູອາຈານ ຈາກວິທະຍາໄລ ສິລະປະ ແຫ່ງຊາດ ແລະ ທີມເຂົ້າໜຽວ, ທິມຟັງລາວ, ທີມດົງໂດກ, ສູນສຸຈິປຸລິ ແລະ ໄວໜຸ່ມຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ພ້ອມດຽວກັນນີ້, ທາງບໍລິສັດຍັງໄດ້ຈັດກິດຈະກຳງານແຂ່ງຂັນລະຄອນເວທີ ພາຍໃຕ້ຫົວຂໍ້ ໄວໜຸ່ມສ້າງສັນລະຄອນ ສູ່ສັງຄົມຜາສຸກ.