Vientiane Times Lao
ງານມະຫະກຳບຸນຊ້າງຢູ່ແຂວງໄຊຍະບູລີ ປະຈໍາປີ 2026 ມີຊ້າງ 50 ໂຕເຂົ້າຮ່ວມ

ງານມະຫະກຳບຸນຊ້າງຢູ່ແຂວງໄຊຍະບູລີ ປະຈໍາປີ 2026 ມີຊ້າງ 50 ໂຕເຂົ້າຮ່ວມ

ງານມະຫະກໍາບຸນຊ້າງຄັ້ງທີ 19 ຢູ່ແຂວງໄຊຍະບູລີ ປະຈໍາປີ 2026 ນີ້ ຈະມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ ຄົບຮອບ 50 ປີ.

ກິດຈະກໍາພາຍໃນງານມີດັ່ງນີ້: ວັນທີ 10 ກຸມພາ 2026 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາທອນ, ເຮັດພິທີຄອບເລົ່າ, ບໍລິການຂີ່ຊ້າງທົ່ວໄປ; ຕອນແລງ ຈະມີພິທີເປີດງານຕະ ຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ; ຕອນຄໍ່າ ຊົມການ ສະແດງສິລະປະ-ວັນນະຄະດີ; ວັນທີ 11-12 ກຸມພາ 2026 ເປັນການຝຶກຊ້ອມໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງຂອງແຕ່ລະເມືອງ ແລະ ກ້ອນສະແດງຕ່າງໆ ໃນພິທີເປີດງານ; ຕອນຄໍ່າ ປະກວດນາງສາວທິດາບຸນຊ້າງ; ໃນຕອນເຊົ້າຂອງວັນທີ 13 ກຸມພາ 2026 ເປັນມື້ເຮັດພິທີຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດກາຄວາມພ້ອມຮອບດ້ານໃຫ້ແກ່ການເປີດງານຢ່າງເປັນທາງການ; ວັນທີ 14 ກຸມພາ 2026 ເປັນມື້ເປີດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຢ່າງເປັນທາງການ ແລະ ຈະໄດ້ຮັບຊົມການສະແດງກາຍະສິນຈາກສູນກາງ; ວັນທີ 15 ກຸມພາ 2026 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນງານບຸນ; ໃນຕອນຄໍ່າຈະມີການສະແດງຄອນເສີດ; ວັນທີ 16 ກຸມພາ 2026 ແມ່ນພິທີມອບລາງວັນຕ່າງໆໃຫ້ຊ້າງ ແລະ ກ້ອນຂະ ບວນແຫ່ຂອງແຕ່ລະເມືອງ.

ສໍາລັບກິດຈະກໍາດ້ານການທ່ອງທ່ຽວມີການສະແດງຂອງຊ້າງ 15 ລາຍການ.

ຂໍ້ມູນຂ້າງເທິງນີ້ຖະແຫຼງຂ່າວໂດຍ ທ່ານ​ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງ, ປະທານຈັດງານມະຫະກຳບຸນຊ້າງ ປະຈໍາປີ 2026 ຕໍ່ສື່ມວນຊົນໃນວັນທີ 6 ທັນວາ​ 2025 ທີ່ຜ່ານມານີ້.

Related Articles

Leave a Reply