Vientiane Times Lao
ງົວ-ຄວາຍ  6.000 ກວ່າໂຕ ເປັນພະຍາດ ຜີວໜັງອັກເສບຢູ່ແຂວງຄໍາມ່ວນ

ງົວ-ຄວາຍ  6.000 ກວ່າໂຕ ເປັນພະຍາດ ຜີວໜັງອັກເສບຢູ່ແຂວງຄໍາມ່ວນ

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງກ່ຽວກັບການລະບາດຂອງພະຍາດຜີວໜັງອັກເສບ ງົວ ແລະ ຄວາຍ ວ່າ:  ແຂວງ ແຂວງຄໍາມ່ວນ ໄດ້ພົບການລະບາດຂອງພະຍາດຜີວໜັງອັກເສບງົວ ແລະ ຄວາຍ ເລີ່ມແຕ່ຕົ້ນເດືອນພຶດສະພາ 2021 ເປັນຕົ້ນມາ ທີ່ເມືອງເຊບັ້ງໄຟ ຊຶ່ງມາຮອດປັດຈຸບັນ ການລະບາດຂອງພະຍາດດັ່ງກ່າວ ໄດ້ແຜ່ລະບາດກວມເອົາ 140 ບ້ານ ໃນ 8 ຕົວເມືອງ ຊຶ່ງມີສັດເປັນພະຍາດແລ້ວ ຈໍານວນ 6.000 ກວ່າໂຕ, ປິ່ນປົວດີແລ້ວ 4.276 ໂຕ, ຕາຍຈຳນວນ 67 ໂຕ ແລະ ກຳລັງສືບຕໍ່ປິ່ນປົວອີກຈຳນວນໜຶ່ງ.

ຕໍ່ກັບການລະບາດຂອງພະຍາດດັ່ງກ່າວ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ອອກແຈ້ງການສະບັບເລກທີ 654 /ກປຂ ,ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການເພີ້ມທະວີການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດຜິວໜັງອັກເສບງົວ-ຄວາຍພາຍໃນແຂວງ, ຄຽງຄູ່ກັນນັ້ນຍັງໄດ້ປະຕິບັດຕາມແຈ້ງການຂອງ ກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 1263 / ກລປ , ລົງວັນທີ 28 ພຶດສະພາ 2021 ວ່າດ້ວຍ ການ ຫ້າມນໍາເຂົ້າ, ສົ່ງອອກ ຫຼື ສົ່ງຜ່ານຊົ່ວຄາວສັດໃຫຍ່ ງົວ-ຄວາຍ ລະຫວ່າງປະເທດກັບປະເທດໃກ້ຄຽງ, ເອົາໃຈໃສ່ກວດກາການສົ່ງຜ່ານສັດທີ່ຜ່ານແຂວງຢ່າງເຂັ້ມງວດ, ຢຸດການເຄື່ອນຍ້າຍສັດປະເພດງົວ-ຄວາຍ ລະຫວ່າງເມືອງ ຫາ ເມືອງ ແລະ ບ້ານ ຫາ ບ້ານ ຊົ່ວຄາວ, ເອົາໃຈໃສ່ກວດກາ, ຄຸ້ມຄອງການຂ້າສັດ, ຄົວສັດຕາມໂຮງຂ້າສັດນ້ອຍ ແລະ ບ່ອນຂ້າສັດຍ່ອຍ ຢ່າງເຂັ້ມງວດ ບໍ່ໃຫ້ມີການຂ້າສັດຢ່າງຊະຊາຍ, ບ່ອນຂ້າ ສັດ ຫຼື ຄົວສັດຍ່ອຍທີ່ບໍ່ມີເອກະສານອະນຸຍາດສ້າງ ຕັ້ງ ແມ່ນສັ່ງຢຸດການເຄື່ອນໄຫວ ໂດຍ ສົມທົບກັບຫ້ອງການ ກະສິກໍາ  ແລະ ປ່າໄມ້ເມືອງ ກໍ່ຄືສັດຕະວະແພດເມືອງ ລົງໂຄສະນາເຜີຍແຜ່ຄວາມຮູ້ໃນການປ້ອງກັນ, ການປິ່ນ ປົວ, ການນໍາໃຊ້ຢາ, ການສະກັດກັ້ນພະຍາດສັດ ແລະ ການຮັກສາສຸຂະພາບສັດຂອງຕົນໃຫ້ແຂງແຮງ.

ສໍາລັບພະຍາດຜີວໜັງອັກເສບງົວ ແລະ ຄວາຍ ຈະສັງເກດເຫັນໄດ້ຈາກອາການທີ່ເປັນຕຸ່ມພຸພອງຢູ່ຕາມຜີວໜັງຂອງສັດປະເພດງົວ ແລະ ຄວາຍ, ເປັນພະຍາດ ທີ່ມີການແຜ່ເຊື້ອໄດ້ງ່າຍ ແລະ ໄວ ເພາະມັນເປັນໄວ ຣັດ ຊະນິດໜຶ່ງ ທີ່ເກີດຂຶ້ນສະເພາະ ໂຕງົວ ແລະ ຄວາຍເທົ່າ ນັ້ນ ໂດຍພະຍາດນີ້ຈະບໍ່ສາມາດແຜ່ເຊື້ອໃຫ້ກັບຄົນ ຫຼື ສັດປະເພດອື່ນໆໄດ້, ເປັນພະຍາດທີ່ຄ້າຍຄືກັນກັບ ພະຍາດໄຂ້ຍຸງລາຍທີ່ເກີດຈາກສັດດູດເລືອດປະເພດໂຕ ເຫັບ,ເຫຼືອກ,ຍຸງ,ຮິ້ນ ທີ່ໄປດູດເລືອດສັດທີ່ເປັນພະຍາດ ແລ້ວໄປກັດ ຫຼື ດູດເລືອດສັດໂຕອື່ນ,  ພ້ອມທັງເກີດ ຈາກການສຳຜັດກັນລະຫວ່າງສັດທີ່ຕິດເຊື້ອແລ້ວກັບສັດ ທີ່ແຂງແຮງ ກໍ່ຈະພາໃຫ້ສັດທີ່ແຂງແຮງຕິດເຊື້ອໄປ ນຳກັນ.

ຂໍ້ມູນຂ່າວ: ຄໍາມ່ວນ

Related Articles

Leave a Reply