ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມກັບວິສາຫະກິດ ສ່ວນບຸກຄົນ ອີເອັບຈີ ລາວ ຈະຈັດການແຂ່ງຂັນແລ່ນ (Run Discovery) ຊີງຂັນທ່ານເຈົ້າແຂວງວຽງຈັນ ໃນໄລຍະທາງ 5 ກິໂລແມັດ (ຍ່າງເພື່ອສຸຂະພາບ) ແລະ 10 ກິໂລແມັດ (ແລ່ນມິນິ ມາຣາທອນ) ຊາຍ-ຍິງ, ຂຶ້ນໃນວັນທີ 7 ກັນຍາ 2025 ທີ່ເມືອງວຽງຄຳ ເເຂວງວຽງຈັນ.
ຈຸດປ່ອຍໂຕນັກກິລາ ແລະ ເສັ້ນໄຊ ແມ່ນທີ່ວິທະຍາໄລເຕັກນິກວິຊາຊີບ ແຂວງວຽງຈັນ ຊຶ່ງໃນໄລຍະທາງ 10 ກິໂລແມັດ ເລີ່ມປ່ອຍໂຕນັກກິລາ ເວລາ: 5:45 ໂມງ ແລະ ໄລຍະທາງ 5 ກິໂລແມັດ ແມ່ນເລີ່ມປ່ອຍໂຕນັກກິລາ ເວລາ 6:00 ໂມງ ໂດຍແລ່ນຜ່ານເສັ້ນທາງທໍາມະຊາດອັນສວຍສົດງົດງາມ ຂ້າມຂົວນ້ຳງື່ມ ແລະ ເສັ້ນທາງໃໝ່ຂອງເມືອງວຽງຄຳ, ສະເພາະໄລຍະທາງ 10 ກິໂລແມັດ ແມ່ນແບ່ງອອກເປັນ 2 ປະເພດ ຄື: ປະເພດທົ່ວໄປ (ຍິງ-ຊາຍ) ແລະ ປະເພດຮຸ່ນກຸ່ມອາຍຸ (ຍິງ-ຊາຍ), ໃນນັ້ນ ມີຮຸ່ນອາຍຸ 12-19 ປີ, 20-29 ປີ, 30-39 ປີ, 40-49 ປີ, 50-59 ປີ ແລະ 60 ປີຂຶ້ນໄປ.
ກິດຈະກໍາແລ່ນຄັ້ງນີ້ ເນັ້ນໃສ່ເປັນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII, ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບທີ່ດີຂອງມວນຊົນໃນສັງຄົມ, ນອກຈາກນັ້ນ ຍັງເປັນການສົ່ງເສີມການທ່ອງທ່ຽວໃຫ້ກັບແຂວງວຽງຈັນມີຄວາມຄຶກຄື້ນ ເນື່ອງຈາກແຂວງວຽງຈັນ ມີຈຸດເດັ່ນທາງດ້ານທໍາມະຊາດທີ່ອຸດົມສົມບູນ ແລະ ສວຍງາມ ພ້ອມທັງມີຄວາມສະດວກໃນການເດີນທາງຈາກທຸກສາລະທິດ.
ສໍາລັບ ເງິນລາງວັນກິດຈະກໍາແລ່ນຄັ້ງນີ້ ລວມຈໍານວນ 41 ລ້ານກວ່າກີບ ຊຶ່ງປະຈຸບັນ ມີນັກກິລາລົງທະບຽນເຂົ້າຮ່ວມແຂ່ງຂັນແລ້ວເຖິງ 500 ຄົນ ໂດຍມີນັກກິລາແລ່ນຂອງບັນດາແຂວງ, ນະຄອນຫຼວງວຽງຈັນ ແລະ ປະເທດໃກ້ຄຽງ ເຂັ້າຮ່ວມ.
ຂ່າວຈາກ: ສີສົມໄຊ